ສານອວຍພອນແຫ່ງວັນຊາດລາວ

ສານອວຍພອນແຫ່ງວັນຊາດລາວ - ảnh 1
(ພາບປະກອບ)

(vovworld) - ​ເນື່ຶອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນຊາດ ລາວ ຄົບຮອບ 40 ປີ (2/12/1975 – 2/12/2015), ​ໃນ​ວັນ​ທີ 30/11 ທ່ານ ຫງວຽນ​ຟູ​ຈ້ອງ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ ຫວຽດນາມ, ທ່ານປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ສົ່ງ​ສານ​ອວຍພອນ​ເຖິງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ​, ປະທານ​ປະ​ເທດ ສປປ ລາວ ຈູມ​ມາລີ ​ໄຊຍະ​ສອນ, ທ່ານ​ນາຍົກລັດ​ຖະມົນຕີ ລາວ ທອງ​ສິງ ທຳ​ມະວົງ ​ແລະ ທ່ານ​ນາງ​ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ລາວ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ ທ່ານ ຫງວຽນ​ຊວນ​ຟູກ ຮອງ​ນາຍົກລັດຖະມົນຕີ, ປະທານ​ຄະນະ​ກຳມະການ​ຮ່ວມ​ມື ຫວຽດນາມ - ລາວ ​ໄດ້​ສົ່ງ​ສານ​ອວຍພອນ​ເຖິງ​ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ລາວ ສົມ​ສະຫວາດ ​ເລັ່ງສະຫວັດ, ປະທານ​ຄະນະ​ກຳມະການ​ຮ່ວມ​ມື ລາວ - ຫວຽດນາມ. ທ່ານ ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ກໍ​ໄດ້​ສົ່ງ​ສານ​ອວຍພອນ​ເຖິງ​ທ່ານ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ.

ຂ່າວ/ບົດ​ອື່ນ