ສານອາຍາໄທຮຽກຕົວຜູ້ນຳການແຫ່ຂະບວນປະທ້ວງ ສຸເທບ ເທືອກສູບັນ

ສານອາຍາໄທຮຽກຕົວຜູ້ນຳການແຫ່ຂະບວນປະທ້ວງ ສຸເທບ ເທືອກສູບັນ  - ảnh 1
ທ່ານ ສຸ​ເທບ ​ເທືອ​ກສຸບັນ
(ພາບປະກອບ: isnhotnews.com)


(vovworld) –  ວັນ​ທີ 28/07, ທ່ານ ສຸ​ເທບ ​ເທືອກ​ສຸບັນ, ຜູ້ນຳ​ການແຫ່​ຂະ​ບວນປະ​ທ້ວງຢູ່​ຕາມ​ຖະໜົນ​ທີ່​ແກ່ຍາວ​ເປັນ​ເວລາ​ຫຼາຍ​ເດືອນ​ຢູ່​ໄທ ກອນ​ດຳ​ເນີນ​ການ​ລັດຖະປະຫານຫວ່າງ​ແລ້ວ​ນີ້ ​ໄດ້​ຖືກ​ສານ​ອາຍາ​ໄທ ຮຽກ​ມາ​ເພື່ອຄັດຄ້ານ​ຄຳ​ກ່າວ​ປະກາດໂທດ​​ຂ້າຄົນ​ທີ່ກ່ຽວຂ້ອງ​ເຖິງ​ການ​ປາບ​ປາມ​ຂະ​ບວນການເສື້ອ​ແດງ ກອນ​ນີ້ 4 ປີ.

        ທ່ານ ສຸ​ເທບ ​ຖືກ​ກ່າວ​ໂທດ​ວ່າ ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ກຳລັງ​ກອງທັບ​ຍິງ​ປືນໃສ່​ຜູ້​ແຫ່​ຂະ​ບວນປະ​ທວງຝ່າຍ​ເສື້ອ​ແດງ ​ເມື່ອ​ປີ 2010, ​ໃນ​ຈຸດ​ເວລາ​ທີ່​ທ່ານ​​ເປັນ​ຮອງ​ນາຍົກລັດຖະມົນຕີ ທີ່ຂຶ້ນ​ກັບ​ພັກ​ປະຊາ​ທິ​ປັດ​ກຳ​ອຳນາດ​ໃນ​ຄາວ​ນັ້ນ, ​ເຮັດ​ໃຫ້ 98 ຄົນ​ເສຍ​ຊີວິດ ​ແລະ ນັບ​ຮ້ອຍ​ຄົນ​ຖືກ​ບາດ​ເຈັບ. ​ໃນ​ເດືອນ 05 ຜ່ານ​ມາ, ສານ​ອາຍາ​ໄທ ຟ້ອງ​ສານ​ທ່ານ​ສຸ​ເທບ ​ດ້ວຍ​ໂທດ​ກຳ​ເຂັ່ນຂ້າ ​ແລະ ​ເຂັ່ນຂ້າ​ມີ​ຈຸດປະສົງ. ​ແຕ່​ວ່າ, ວັນ​ທີ 28/07, ທີ່​ສານ​ອາຍາ, ທ່ານ​ສຸ​ເທບ ​ໄດ້​ປະຕິ​ເສດ​ໂທດດັ່ງກ່າ​ວ.

ຕອບກັບ

ຂ່າວ/ບົດ​ອື່ນ