ສາ​ມັກ​ຄີ​​ຮ່ວມ​ແຮງ​ຮ່ວມ​ໃຈກັນກໍ່​ສ້າງ​ນະ​ຄອນ​ໂຮ່​ຈີ​ມິນ​​ພັດ​ທະ​ນາ

(VOVWORLD) - ທ່ານເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນທ້ຽນເຍີນ ໄດ້ເນັ້ນໜັກວ່າ ຄະນະກຳມະການແນວໂຮມປະເທດຊາດ ນະຄອນໂຮ່ຈີມິນຄວນສືບຕໍ່ເສີມຂະຫຍາຍບົດບາດຂອງບັນດາອົງການສາມະຊິກໃຫ້ຫຼາຍກ່ວາອີກ, ລະດົມບັນດາຄຸນຄ່າຂອງບຸກຄົນທີ່ດີເດັ່ນ ແລະ ກຳລັງແຮງຂອງທຸກເພດໄວ, ປະຊາຊົນທຸກຊັ້ນວັນນະໃນສັງຄົມຜ່ານບັນດາອົງການແນວໂຮມປະເທດຊາດ
ສາ​ມັກ​ຄີ​​ຮ່ວມ​ແຮງ​ຮ່ວມ​ໃຈກັນກໍ່​ສ້າງ​ນະ​ຄອນ​ໂຮ່​ຈີ​ມິນ​​ພັດ​ທະ​ນາ - ảnh 1 ທ່ານເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນທ້ຽນເຍີນກ່າວຄຳເຫັນທີ່ການໂອ້ລົມສົນທະນາ (ພາບ: daidoanket.vn

ວັນທີ 2 ມິຖຸນາ, ຄະນະປະຈຳການຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງການໂອ້ລົມສົນທະນາ “ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ, ຍົກສູງບົດບາດຂອງແນວໂຮມປະເທດຊາດ ຫວຽດນາມ ນະຄອນ, ກໍ່ສ້າງນະຄອນໂຮ່ຈີມິນໃຫ້ມີການດຳລົງຊີວິດທີ່ມີຄຸນນະພາບ, ສີວິໄລ, ທັນສະໄໝ ແລະ ມີຄວາມຮັກແພງ ”

ກ່າວຄຳເຫັນຊີ້ນຳໃນການໂອ້ລົມສົນທະນາ, ທ່ານເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນທ້ຽນເຍີນ ໄດ້ເນັ້ນໜັກວ່າ ຕໍ່ໜ້າບັນດາສິ່ງທ້າທາຍ ແລະ ຄວາມຕ້ອງການຂອງສະພາບການໃໝ່, ຄະນະກຳມະການແນວໂຮມປະເທດຊາດ ນະຄອນໂຮ່ຈີມິນຄວນສືບຕໍ່ເສີມຂະຫຍາຍບົດບາດຂອງບັນດາອົງການສາມະຊິກໃຫ້ຫຼາຍກ່ວາອີກ, ລະດົມບັນດາຄຸນຄ່າຂອງບຸກຄົນທີ່ດີເດັ່ນ ແລະ ກຳລັງແຮງຂອງທຸກເພດໄວ, ປະຊາຊົນທຸກຊັ້ນວັນນະໃນສັງຄົມຜ່ານບັນດາອົງການແນວໂຮມປະເທດຊາດ. ທ່ານ ຫງວຽນທ້ຽນເຍີນ ໄດ້ຮຽກຮ້ອງຄະນະກຳມະການແນວໂຮມປະເທດຊາດນະຄອນ ໂຮ່ຈີມິນມີບັນດາການເຄື່ອນໄຫວປະກອບສ່ວນເຂົ້າໃນການຮັກສາສີສັນວັດທະນະທຳຂອງຊາດ, ເສີມຂະຫຍາຍກຳລັງແຮງວັດທະນະທຳ; ພ້ອມທັງຮັກສາ, ຮັບປະກັນການພັດທະນາຂອງບັນດາສາສະໜາປະກອບສ່ວນຮັກສາສະຖຽນລະພາບໃນສັງຄົມ, ເພີ່ມທະວີຄວາມສາມັກຄີໃນສັງຄົມຮັບໃຊ້ໃຫ້ແກ່ວຽກງານສ້າງສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ