ສ.ເກົາຫຼີ, UNESCO ໃຫ້ຄໍາໝັ້ນສັນຍາ ຈະມານະພະຍາຍາມ ມຸ່ງໄປເຖິງການໄກ່ເກ່ຍຄວາມປອງດອງລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ

(VOVWORLD) -ທ່ານປະທານາທິບໍດີ Moon Jae-in   ແລະ ການນໍາສປປ.ເກົາຫຼີ Kim Jong Un ກໍເຫັນດີ ຫັນ DMZ ເປັນ ເຂດສັນຕິພາບ ທີ່ກອງປະຊຸມສຸດຍອດລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ເມື່ອເດືອນ ເມສາ ແລະ ພຶດສະພາຜ່ານມາ.
ສ.ເກົາຫຼີ, UNESCO ໃຫ້ຄໍາໝັ້ນສັນຍາ ຈະມານະພະຍາຍາມ ມຸ່ງໄປເຖິງການໄກ່ເກ່ຍຄວາມປອງດອງລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ - ảnh 1 ທ່ານ Moon Jae-in  ປະທານາທິບໍດີ ສ.ເກົາຫຼີ (ພາບ: Reuters)

        ວັນທີ 16 ຕຸລາ, ບັນດາການນໍາ ສ.ເກົາຫຼີ ແລະ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທໍາ ຂອງ ສປຊ (UNESCO) ໄດ້ເຫັນດີເປັນເອກະພາບ ຊຸກຍູ້ການໄກ່ເກ່ຍຄວາມປອງດອງລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຜ່ານການເພີ່ມທະວີການໜູນຊ່ວຍ ສປປ.ເກົາຫຼີ ກ່ຽວກັບຂົງເຂດການສຶກສາ ແລະ ບັນດາຂົງເຂດອື່ນ. ໃນການພົບປະ ທີ່ ປາຣີ ປະເທດ ຝລັ່ງ, ທ່ານ Moon Jae-in  ປະທານາທິບໍດີ ສ.ເກົາຫຼີ ແລະ ທ່ານ Audrey Azoulay  ຜູ້ອໍານວຍການອົງການ UNESCO  ກໍເຫັນດີ ກ່ຽວກັບບັນດາຄວາມມານະພະຍາຍາມລວມ ເພື່ອສະເໜີ ເຂດປອດການທະຫານ (DMZ) ເປັນເຂດອະນຸລັກນິເວດທໍາມະຊາດ, ພາຍຫຼັງ ທ່ານປະທານາທິບໍດີ Moon Jae-in   ແລະ ການນໍາສປປ.ເກົາຫຼີ Kim Jong Un ກໍເຫັນດີ ຫັນ DMZ ເປັນ ເຂດສັນຕິພາບ ທີ່ກອງປະຊຸມສຸດຍອດລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ເມື່ອເດືອນ ເມສາ ແລະ ພຶດສະພາຜ່ານມາ.


ຕອບກັບ

ຂ່າວ/ບົດ​ອື່ນ