ສ.ເກົາຫຼີ ຖືເປັນສໍາຄັນການພົວພັນກັບ ອາຊຽນ

(VOVWORLD) -ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in ຮຽກຮ້ອງ ຍູ້ແຮງບັນດາຄວາມມານະພະຍາຍາມ ເພື່ອແນໃສ່ພັດທະນາການພົວພັນລະຫວ່າງປະເທດນີ້  ກັບ ອາຊຽນ ໃຫ້ດີກວ່າອີກ

ກ່າວຄໍາເຫັນທີ່ກອງປະຊຸມຄະນະລັດຖະບານ ປະຈໍາອາທິດ ເຊິ່ງຖືກດໍາເນີນຢູ່ ທໍານຽບປະທານາທິບໍດີ ຢູ່ ເຊີອູນ, ວັນທີ 20 ພະຈິກ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in ຮຽກຮ້ອງ ຍູ້ແຮງບັນດາຄວາມມານະພະຍາຍາມ ເພື່ອແນໃສ່ພັດທະນາການພົວພັນລະຫວ່າງປະເທດນີ້  ກັບ ອາຊຽນ ໃຫ້ດີກວ່າອີກ. 

        ທ່ານ Moon Jae – in ຢັ້ງຢືນວ່າ ປັດຈຸບັນ, ອາຊຽນ ແມ່ນຕະຫຼາດໃຫຍ່ອັນດັບທີ 2 ໃນໂລກ ສໍາລັບ ສ.ເກົາຫຼີ. ເມື່ອເນັ້ນໜັກເຖິງເລື່ອງຕ້ອງຮ່ວມມືກັບບັນດາປະເທດບ້ານໃກ້ເຮືອນຄຽງ ອາຊີ, ທ່ານປະທານາທິບໍດີ ສ.ເກົາຫຼີ ຖືວ່າ ອາຊຽນ, ອິນເດຍ ແລະ ອົດສະຕາລີ ລ້ວນແຕ່ສະແດງຄວາມປິຕິຊົມຊື່ນ ແລະ ສະໜັບສະໜູນບັນດານະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ຂອງບັນດາປະເທດ ເພື່ອແນໃສ່ຊຸກຍູ້ການສ້າງສັນຕິພາບ ແລະ ວັດທະນາຖາວອນລວມ, ດັ່ງນັ້ນ ເຊີອູນ ຄວນຍາດແຍ່ງບັນດາກາລະໂອກາດພິເສດດັ່ງກ່າວ ແລະ ມີຄວາມມານະພະຍາຍາມລະອຽດ ເພື່ອເພີ່ມທະວີການພົວພັນກັບບັນດາປະເທດດັ່ງກ່າວ. ໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່, ເຊີອູນ ໄດ້ຊອກຫາກາລະໂອກາດແລກປ່ຽນການຄ້າຂຶ້ນເຖິງ 200 ຕື້ USD ໃນປີ 2020. ທ່ານປະທານາທິບໍດີ ສ.ເກົາຫຼີ ແລະ ບັນດາການນໍາຂອງ 10 ປະເທດສະມາຊິກ ອາຊຽນ ໄດ້ເຫັນດີພ້ອມກັນມານະພະຍາຍາມ ຊຸກຍູ້ການແລກປ່ຽນແຂກທ່ອງທ່ຽວສອງຝ່າຍ ໃຫ້ຂຶ້ນເຖິງ 15 ລ້ານ ເທື່ອຄົນ ໃນປີ 2020.


ຕອບກັບ

ຂ່າວ/ບົດ​ອື່ນ