ສ.ເກົາຫຼີ, ສປປ.ເກົາຫຼີ ຟື້ນຟູສາຍໂທສະສັບຕິດຕໍ່ການທະຫານທາງທິດຕາເວັນອອກຄືນໃໝ່

(VOVWORLD) - ກະຊວງປ້ອງກັນປະເທດ ສ.ເກົາຫຼີ ປະກາດວ່າ ວັນທີ 15 ສິງຫາ, ປະເທດນີ້ ແລະ ສປປ.ເກົາຫຼີ

ໄດ້ຟື້ນຟູສາຍໂທລະສັບຕິດຕໍ່ການທະຫານຢູ່ເຂດທາງທິດຕາເວັນອອກແຫຼມ ເກົາຫຼີ ຄືນໃໝ່. ນີ້ໄດ້ຮັບຖືວ່າ: ແມ່ນບາດກ້າວແນໃສ່ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຫລຸດຜ່ອນຄວາມເຄັ່ງຕຶງຂ້າມຊາຍແດນ.

        ເລື່ອງຟື້ນຟູສາຍຕິດຕໍ່ດ້ວຍ Fax ແລະ ໂທລະສັບຄືນໃໝ່ ແມ່ນສ່ວນໜຶ່ງໃນຂໍ້ຕົກລົງທີ່ບັນລຸໄດ້ທີ່ການເຈລະຈາການທະຫານຂັ້ນນາຍພົນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ເມື່ອເດືອນ ມິຖຸນາ ຜ່ານມາ. ນີ້ແມ່ນການເຈລະຈາຄັ້ງທຳອິດໃນກ່ວາທົດສະວັດຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ