ສ​.ເກົາຫຼີ ຫວັງວ່າ ສ​ປ​ປ.ເກົາຫຼີ ​ຈະ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ດ້ານ​ການ​ທະ​ຫານ

(VOVWORLD) - ປັດຈຸບັນ ສປປ.ເກົາຫຼີ ກໍ່ພວມມານະພະຍາຍາມຈັດຕັ້ງບັນດາການເຈລະຈາດ້ານການທະຫານກັບ ສປປ.ເກົາຫຼີ ໃນເດືອນມີນານີ້.
ສ​.ເກົາຫຼີ ຫວັງວ່າ ສ​ປ​ປ.ເກົາຫຼີ ​ຈະ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ດ້ານ​ການ​ທະ​ຫານ - ảnh 1ຫ້ອງການຕິດຕໍ່ພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຢູ່ ນະຄອນເຂດຊາຍແດນ Keasong (ພາບ: TTXVN) 

ວັນທີ 25 ມີນາ, ກອງທັບ ສ.ເກົາຫຼີ ໄດ້ສະແດງຄວາມຫວັງ ກ່ຽວກັບເລື່ອງເຈົ້າໜ້າທີ່ຂອງ ສປປ.ເກົາຫຼີ ຈຳນວນໜຶ່ງກັບຄືນມາເຮັດວຽກຢູ່ຫ້ອງການຕິດຕໍ່ພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຢູ່ ນະຄອນເຂດຊາຍແດນ Keasong. ພາຍຫຼັງ 3 ວັນ ທີ່ສປປ.ເກົາຫຼີ ມີຖະແຫຼງການໂດຍບໍ່ຄາດຄິດວ່າຈະຖອນຕົວອອກຈາກຫ້ອງການດັ່ງກ່າວ. ເຫດການດັ່ງກ່າວໄດ້ສ້າງຄວາມວິຕົກກັງວົນສຳລັບຝ່າຍ ເຊີອູນ.

        ປັດຈຸບັນ ສປປ.ເກົາຫຼີ ກໍ່ພວມມານະພະຍາຍາມຈັດຕັ້ງບັນດາການເຈລະຈາດ້ານການທະຫານກັບ ສປປ.ເກົາຫຼີ ໃນເດືອນມີນານີ້. ພຽງຢາງ ຍັງບໍ່ທັນມີ ຄຳຕອບຕໍ່ຂໍ້ສະເໜີກ່ຽວກັບການເຈລະຈາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ