ສ.ເກົາຫຼີ ເຊື່ອໝັ້ນ ຕໍ່ບາດກ້າວເດີນໃນການຮ່ວມມືດ້ານປ່າໄມ້ ລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ

(VOVWORLD) -ການຮ່ວມມືລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນຂົງເຂດປ່າໄມ້ ອາດຈະບັນລຸໄດ້ຄວາມຄືບໜ້າໄວກວ່າ ໂຄງການເສດຖະກິດຮ່ວມອື່ນໃດໆ.

ວັນທີ 22 ກຸມພາ, ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Lee nak – yon ຖືວ່າ: ການຮ່ວມມືລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນຂົງເຂດປ່າໄມ້ ອາດຈະບັນລຸໄດ້ຄວາມຄືບໜ້າໄວກວ່າ ໂຄງການເສດຖະກິດຮ່ວມອື່ນໃດໆ. ຂໍ້ສັງເກດດັ່ງກ່າວ ໄດ້ຍົກອອກມາ ເມື່ອທ່ານມາຢາມສະຫະສະມາຄົມກະສິກໍາ ຢູ່ Buyeo, ແຂວງ  Chungcheong ໃຕ້. ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີີ ກໍໄດ້ເນັ້ນໜັກວ່າ ໃນສະພາບການຂອງ ສປປ.ເກົາຫຼີ ຄວນຜະລິດສະບຽງອາຫານ ໄປຄຽງຄູ່ກັບການປູກຕົ້ນໄມ້ເປັນປ່າຄືນໃໝ່, ຕົ້ນໄມ້ກິນໝາກຕ່າງໆ ເຊິ່ງ ສ.ເກົາຫຼີ ພັດທະນານັ້ນ ອາດຈະເປັນການປະກອບສ່ວນທີ່ເປັນປະໂຫຍດ. ຕາມທ່ານ Lee nak – yon ແລ້ວ, ເມື່ອທຽບໃສ່່ບັນດາໂຄງການລວມອື່ນໃນອະນາຄົດ, ການຮ່ວມມືໃນຂົງເຂດ ປ່າໄມ້ ລະຫວ່່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ອາດຈະບັນລຸໄດ້ຄວາມຄືບໜ້າຢ່າງໄວວາ, ເຖິງວ່າ ເລື່ອງຫຼຸດຜ່ອນບັນດາມາດຕະການລົງໂທດ ສປປ.ເກົາຫຼີ ກໍຄວນໄດ້ຮັບການບູລິມະສິດແຖວໜ້າ.


ຕອບກັບ

ຂ່າວ/ບົດ​ອື່ນ