ສ.ເກົາຫຼີ ແລະ ສປປ ເກົາຫຼີ ປຶກສາຫາລືກ່ຽວກັບເລື່ອງພ້ອມກັນເປັນເຈົ້າພາບຈັດຕັ້ງງານມະຫາກຳກິລາລະດູຮ້ອນ 2032

(VOVWORLD) - ການປຶກສາຫາລືຈະໄດ້ຮັບການຈັດຕັ້ງໃນວັນທີ 14 ທັນວາ ທີ່ຫ້ອງການຕິດຕໍ່ພົວພັນດ້ານການທະຫານຮ່ວມລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີຢູ່ນະຄອນເຂດຊາຍແດນ Kaesong ຂອງ ສປປ ເກົາຫຼີ.

ວັນທີ 10 ທັນວາ, ກະຊວງທ້ອນໂຮມປະເທດຊາດ ສ. ເກົາຫຼີ ໃຫ້ຮູ້ວ່າ: ສ ເກົາຫຼີ ແລະ ສປປ ເກົາຫຼີ ຕົກລົງເຫັນດີຈັດຕັ້ງບັນດາການປຶກສາຫາລືຢູ່ຂັ້ນນັກວິຊາການໃນທ້າຍອາທິດນີ້ກ່ຽວກັບການຮ່ວມມືດ້ານກິລາ. ການປຶກສາຫາລືຈະໄດ້ຮັບການຈັດຕັ້ງໃນວັນທີ 14 ທັນວາ ທີ່ຫ້ອງການຕິດຕໍ່ພົວພັນດ້ານການທະຫານຮ່ວມລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີຢູ່ນະຄອນເຂດຊາຍແດນ Kaesong ຂອງ ສປປ ເກົາຫຼີ. ໃນບັນດາການປຶກສາຫາລື, ສອງຝ່າຍຈະພິຈາລະນາລະອຽດກ່ຽວກັບການສົ່ງເສີມການເປັນເຈົ້າພາບຈັດຕັ້ງງານມະຫາກຳກິລາລະດູຮ້ອນ 2032 ແລະ ພ້ອມກັນເຂົ້າຮ່ວມງານມະຫາກຳກິລາ ລະດູຮ້ອນໂຕກຽວ 2020.

        ແຜນການດັ່ງກ່າວແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມປະຕິບັດຖະແຫຼງການ ພຽງຢາງ ເຊິ່ງທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in ແລະ ການນຳ ສປປ ເກົາຫຼີ Kim Jong – un ໄດ້ລົງນາມທີ່ກອງປະຊຸມສຸດຍອດຄັ້ງທີ 3 ລະຫວ່າງ ສອງຝ່າຍຢູ່ພຽງຢາງ ທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ