ສ.ເກົາຫຼີສະເໜີຍີ່ປຸ່ນຖອນບັນດາຂໍ້ຈຳກັດດ້ານການຄ້າ

(VOVWORLD) -ວັນທີ 03 ສິງຫາ, ທ່ານນາງລັດຖະມົນຕີການຄ້າສ.ເກົາຫຼີ Yoo Myung hee ໃຫ້ຮູ້ວ່າ, ທ່ານນາງໄດ້ສະເໜີໃຫ້ຍີ່ປຸ່ນ “ຖອນ” ບັນດາຂໍ້ຈຳກັດດ້ານການຄ້າກັບເຊີອູນ ໂດຍທັນທີ

ທີ່ກອງປະຊຸມກ່ຽວກັບສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຢູ່ນະຄອນຫຼວງປັກກີງ, ປະເທດຈີນ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານນາງ Yoo Myung hee ຖືວ່າ, ບັນດາມາດຕະການດັ່ງກ່າວຂອງໂຕກຽວ ແມ່ນ “ໄຮ້ເຫດຜົນ” ແລະ ລະເມີດບັນດາຫຼັກການດ້ານການຄ້າທົ່ວໂລກ. ຕາມທ່ານນາງແລ້ວ, ບາງປະເທດສະມາຊິກ RCEP ກໍ່ມີທັດສະນະເຊັ່ນດຽວກັນກັບຄຳກ່າວປາໄສຂອງຕົນ. ທ່ານນາງ Yoo Myung hee ໄດ້ສະເໜີຈັດການພົບປະ 2 ຝ່າຍກັບຄູ່ຕຳແໜ່ງຍີ່ປຸ່ນ ຢູ່ນອກກອງປະຊຸມ RECP, ແຕ່ຝ່າຍຍີ່ປຸ່ນ ໄດ້ປະຕິເສດຂໍ້ສະເໜີດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ