ສ.ເກົາຫຼີ,ອາເມລິກາຢືນຢັນຄືນໃໝ່ໃນບັນຫາສປປ.ເກົາຫຼີ

(VOVWORLD) -ວັນທີ 27 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Kang Kyung wha ໄດ້ມີການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງອາເມລິກາ Rex Tilerson ເພື່ອປຶກສາຫາລືກ່ຽວກັບບັນຫາລູກສອນໄຟ ແລະ ນິວເຄຼຍ ຂອງສປປ.ເກົາຫຼີ ກໍຄືການພົວພັນລະຫວ່າງ 2 ປະເທດ.
ສ.ເກົາຫຼີ,ອາເມລິກາຢືນຢັນຄືນໃໝ່ໃນບັນຫາສປປ.ເກົາຫຼີ - ảnh 1 (ພາບປະກອບ: Yonhap/TTXVN)

ໂຄສົກກະຊວງການຕ່າງປະເທດອາເມລິກາ, ທ່ານນາງ Heather Nauert ໃຫ້ຮູ້ວ່າ, ທີ່ການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີການຕ່າງປະເທດ Rex Tilerson ຢືນຢັນວ່າ, ວໍຊິງຕັນ ໃຫ້ຄຳໝັ້ນສັນຍາຍາມໃດກໍ "ແຂງແຮງ ແລະ ຮອບດ້ານ" ໃນການປົກປ້ອງເຊີອຸ່ນ ພ້ອມກັບພັນທະມິດອື່ນໆໃນພາກພື້ນ; ນະໂຍບາຍຂອງອາເມລິກາ ສຳລັບສ.ເກົາຫຼີ ກໍຄືສປປ.ເກົາຫຼີ ແມ່ນຢືດໝັ້ນ.

        ການໂອ້ລົມທາງໂທລະສັບລະຫວ່າງລັດຖະມົນຕີການຕ່າງປະເທດສ.ເກົາຫຼີ ແລະ ອາເມລິກາ ຖືກດຳເນີນໃນສະພາບມີຄວາມວິຕົກກັງວົນວ່າ ພຽງຢາງ ອາດຈະກະກຽມດຳເນີນການທົດລອງລູກສອນໄຟນຳວິຖີຕື່ມອີກ ເນື່ອງໃນໂອກາດສປປ.ເກົາຫຼີ ແລະ ສ.ເກົາຫຼີ ຈັດພິທີສະເຫຼີມສະຫຼອງ 64 ປີແຫ່ງວັນເຊັນຂໍ້ຕົກລົງຢຸດຮົບໃນສົມຄາມລະຫວ່າງສປປ.ເກົາຫຼີ ແລະ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ