ສ.ເກົາຫຼີໃຊ້ຈ່າຍຈຳນວນເງິນ 3 ລ້ານ USD ໃຫ້ຫ້ອງການຕິດຕໍ່ພົວພັນລະຫວ່າງສ.ເກົາຫຼີແລະສປປ.ເກົາຫຼີຢູ່ Kaesong

(VOVWORLD) -ຕາມໜັງສືພິມລາຍວັນ JoongAng ຂອງສ.ເກົາຫຼີ ສະບັບອອກວັນທີ 17 ສິງຫາ ແລ້ວ, ບັນດາເຈົ້າໜ້າທີ່ລັດຖະບານສ.ເກົາຫຼີ ໃຫ້ຮູ້ວ່າ, ໃນປີ 2018 ເຊີອຸ່ນ ຈະສະຫງວນຈຳນວນເງິນປະມານ 3,1 ລ້ານ USD ຈາກກອງທຶນຮ່ວມມືລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ

ສ.ເກົາຫຼີໃຊ້ຈ່າຍຈຳນວນເງິນ 3 ລ້ານ USD ໃຫ້ຫ້ອງການຕິດຕໍ່ພົວພັນລະຫວ່າງສ.ເກົາຫຼີແລະສປປ.ເກົາຫຼີຢູ່ Kaesong - ảnh 1 ສ.ເກົາຫຼີໃຊ້ຈ່າຍຈຳນວນເງິນ 3 ລ້ານ USD ໃຫ້ຫ້ອງການຕິດຕໍ່ພົວພັນລະຫວ່າງ

ສ.ເກົາຫຼີແລະສປປ.ເກົາຫຼີຢູ່ Kaesong

(ພາບປະກອບ: TTXVN)

ເພື່ອສະໜອງໃຫ້ຫ້ອງການຕິດຕໍ່ພົວພັນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ, ເຊິ່ງຄາດວ່າຈະໄດ້ຮັບການສ້າງຕັ້ງໃນທ້າຍເດືອນສິງຫານີ້ ຢູ່ນະຄອນ Kaesong ຂອງສປປ.ເກົາຫຼີ ຢູ່ເຂດຊາຍແດນລະຫວ່າງ 2 ປະເທດ. ຕາມໜັງສືພິມດັ່ງກ່າວແລ້ວ, ວັນທີ 16 ສິງຫາ, ມີເຈົ້າໜ້າທີ່ບາງທາງຂຶ້ນກັບກະຊວງທ້ອນໂຮມປະເທດຊາດສ.ເກົາຫຼີ ໃຫ້ຮູ້ວ່າ, ແຜນການດັ່ງກ່າວໄດ້ຮັບການຮັບຮອງເອົາທີ່ກອງປະຊຸມຄັ້ງທີ 296 ຂອງສະພາສົ່ງເສີມແລກປ່ຽນ ແລະ ຮ່ວມມືລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ. ເຈົ້າໜ້າທີ່ທ່ານໜຶ່ງໄດ້ໃຫ້ຮູ້ວ່າ, ວຽກງານຕິດຕໍ່ລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ຈະລວມທັງການໜູນຊ່ວຍບັນດາການຮັບເອົາຄວາມເຫັນ ແລະ ຕິດຕໍ່ພົວພັນລະຫວ່າງອົງການເຈົ້າໜ້າທີ່ຂອງ 2 ປະເທດ ກ່ຽວກັບການຮ່ວມມືໃນຂົງເຂດປ່າໄມ້, ບັນດາໂຄງການເສດຖະກິດໃໝ່ ແລະ ການເຄື່ອນໄຫວຄົ້ນຄວ້າລວມກ່ຽວກັບບັນດາເສັ້ນທາງລົດໄຟ, ທາງບົກ.

ຕອບກັບ

ຂ່າວ/ບົດ​ອື່ນ