ສ.ເກົາຫຼີໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມພັດທະນາພະລັງງານຜະລິດຄືນໃໝ່

ສ.ເກົາຫຼີໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມພັດທະນາພະລັງງານຜະລິດຄືນໃໝ່ - ảnh 1
ພາບ​ປະ​ກອບ

(vovworld) - ຕອ​ນ​ເຊົ້າ​ວັນ​ທີ 16/3, ຢູ່​ນະ​ຄອນ ໂຮ່​ຈ​ີມ​ິນ, ສະ​ຫະ​ສະ​ມາ​ຄົມ​ພະ​ລັງ​ງານ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ສະ​ຫະ​ສະ​ມາ​ຄົມ​ພະ​ລັງ​ງານ ສ. ເກົາຫຼີ ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ເຕັກ​ໂນ​ໂລ​ຢີ​ໃໝ່​ກ່ຽວ​ກັບ​ຕາໜ່າງ​ໄຟ​ຟ້າ, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່ ແລະ ລະ​ບົບ​ເກັບ​ຮັກ​ສາ​ພະ​ລັງ​ງານ. ນະ​ທີ່ນີ້, ບັນ​ດາ​ນັກ​ຊ່ຽວ​ຊານ ສ. ເກົາຫຼີ ໄດ້​ແນະ​ນຳຫຼາຍ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່​ເພື່ອ​ສະ​ໜອງ​​ໄຟ​ຟ້າໃຫ້​ບັນ​ດາ​ເກາະ, ໝູ່​ເກາະ, ບັນ​ດາ​​ບໍ​ລິ​ເວນ​ຫ່າງ​ໄກ​ສອກຫຼີກ, ຕຶກ​ອາ​ຄານ​ສູງ… ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ເຈ​ີ່​ນ​ວຽດ​ຫງາຍ, ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ພະ​ລັງ​ງານ ຫວຽດ​ນາມ, ຖື​ວ່າ:

        “ເຂດ​​ທາງທິດ​ໃຕ້​ພາກ​ກາງ ຕະຫຼອດ​ຮອດ​ພາກ​ໃຕ້ ແມ່ນ​ເຂດ​ທີ່​ມີ​ແດດ​ຫຼາຍ, ລົມ​ຫຼາຍອາດ​ຈະ​ຜັນ​ຂະ​ຫຍາຍຫຼາຍ​ໂຄງ​ການ​ພະ​ລັງ​ງານ​ໄຟ​ຟ້າ​ຜະ​ລິດ​ຄືນ​ໃໝ່​ຈາກ​ພະ​ລັງ​ແຮງ​ລົມ, ໄຟ​ຟ້າ​ແສງຕາ​ເວັນ. ດັ່ງ​ນັ້ນ, ຖ້າ​ຫາກກໍ່​ສ້າງ​ບັນ​ດາ​ໂ​ຮງ​ງານ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່​ຈະ​ປະ​ຢັດ ແລະ ຫລຸດ​ຜ່ອນ​ຄວາມ​ດັນ​ໃຫ້​ແກ່​ລະ​ບ​ົບ​ໄຟ​ຟ້າ​ແຫ່ງ​ຊາດ, ພ້ອມ​ທັງ​ຈະ​ຫລຸດ​ຜ່ອນ​ຄວາ​ມ​ກົດ​ດັນ​ໃຫ້​ໂຮງ​ງານ​ໄຟ​ຟ້າ​​ໃຊ້​ພະ​ລັງຄວາ​ມ​ຮ້ອນ​ຈາກ​ຖານ​ຫີນ.”


ຂ່າວ/ບົດ​ອື່ນ