ຫັນປ່ຽນຮູບແບບ,ພັດທະນາເຂດທົ່ງພຽງແມ່ນ້ຳຂອງເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດແບບຍືນຍົງ

(VOVWORLD) -ຕອນເຊົ້າວັນທີ 26 ກັນຍາ ຢູ່ ເກີນເທີ ໄດ້ດຳເນີນກອງປະຊຸມ “ຫັນປ່ຽນຮູບແບບ, ພັດທະນາເຂດທົ່ງພຽງແມ່ນ້ຳຂອງເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດແບບຍືນຍົງ”.
ຫັນປ່ຽນຮູບແບບ,ພັດທະນາເຂດທົ່ງພຽງແມ່ນ້ຳຂອງເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດແບບຍືນຍົງ - ảnh 1 ທ່ານຮອງນາຍົກລັດຖະມົນຕີເວືອງດີງເຫ້ວ

ນີ້ແມ່ນກອງປະຊຸມທຳອິດ ລັດຖະບານຫວຽດນາມ ພິຈາລະນາ, ຕີລາຄາຮອບດ້ານບັນດາສິ່ງທ້າທາຍ, ຄຳຮຽກຮ້ອງການພັດທະນາສຳລັບເຂດທົ່ງພຽງແມ່ນ້ຳຂອງ, ຄາດຄະເນກາລະໂອກາດ, ລະດົມຂໍ້ລິເລີ່ມ, ບົດຮຽນ ແລະ ແຫລ່ງກຳລັງ ເພື່ອແນໃສ່ຫັນປ່ຽນຮູບແບບການພັດທະນາສັງລວມ, ຮອບດ້ານ, ຍືນຍົງໃຫ້ທົ່ວເຂດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຊີ້ແຈ້ງວ່າ: ເຂດທົ່ງພຽງແມ່ນ້ຳຂອງ ແມ່ນຫນຶ່ງໃນ 4 ເຂດທົ່ງພຽງຖືກຜົນກະທົບຢ່າງແຮງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ.

        “ບັນດາຜົນກະທົບນັ້ນໄດ້ກໍ່ໃຫ້ເກີດສິ່ງທ້າທາຍອັນໃຫຍ່ຫລວງຫລາຍຢ່າງ, ນາບຂູ່ເຖິງວິວັດການພັດທະນາຂອງເຂດທົ່ງພຽງແມ່ນ້ຳຂອງ, ສົ່ງຜົນສະທ້ອນເຖິງຊີວິດການເປັນຢູ່ຂອງປະຊາຊົນໃນເຂດເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ. ຜ່ານນັ້ນ ສົ່ງຜົນກະທົບເຖິງພາກພື້ນ ແລະ ສາກົນ, ພິເສດແມ່ນການຄ້ຳປະກັນດ້ານສະບຽງອາຫານ.”

 

ຕອບກັບ

ຂ່າວ/ບົດ​ອື່ນ