ຫລຸດຜ່ອນຄວາມເຄັ່ງຕຶງຢູ່ພາກຕາເວັນອອກຢູແກຼນ

ຫລຸດຜ່ອນຄວາມເຄັ່ງຕຶງຢູ່ພາກຕາເວັນອອກຢູແກຼນ - ảnh 1
ພາບປະກອບ:internet


(vovworld)- ວັນ​ທີ 26/8, ປະທານາທິບໍດີ Belarus Alexander Lukashenko ​ໃຫ້​ຮູ້​ວ່າ: ບັນດາ​ການ​ນຳ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຂັ້ນ​ສູງ​ຢູ່ ນະຄອນຫລວງ Minsk ​ໃນ​ວັນ​ດຽວ​ກັນ ກ່ຽວ​ກັບ​ວິ​ກິດ​ການ​ຢູ່ ຢູ​ແກຼນ ​ໄດ້​ເຫັນ​ດີ​ຕໍ່​ການ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ​ແລະ ປາດ​ຖະຫນາ ວິ​ກິດ​ການ​ນີ້​ຈະ​ປະກອບສ່ວນ​ເລີ່​ມຕົ້ນ​ວິວັດ​ການ​ສັນຕິພາບ.

        ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ ພາ​ຍຫລັງ​ເຈລະຈາ​ມາ​ເປັນ​ເວລາ 6 ຊົ່ວ​ໂມງ, ທ່ານ Alexander Lukashenko ຢືນຢັນ​ວ່າ: ການ​ພົບ​ປະ​ແມ່ນ​ຜົນສຳ​ເລັດ,             ​ແມ່​ນບາດກ້າວ​​ເດີນ​ທີ່​ຖືກ​ທິດ​ ​ເຖິງ​ວ່າ ບັນດາ​ການ​ປຶກສາ​ຫາລື​ແມ່ນ​ຫຍຸ້ງຍາກ​ທີ່​ສຸດ ຍ້ອນ ​ມີ​ຫລາຍ​ທັດສະນະ​ທີ່ຍັງ​ບໍ່​ລົງ​ລອຍ​ກັນ. ​ໃນ​ຂະນະ​ນັ້ນ, ທ່ານ​ນາງ Catherine Ashton, ຜູ້​ຕາງຫນ້າ​ຂັ້ນ​ສູງ​ຂອງ ອີ​ຢູ ຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ ກໍ​ໄດ້​ຮຽກຮ້ອງ​ຊອກ​ຫາມາດ​ຕະການ​​ໃຫ້​ແກ່ວິ​ກິດ​ການ​ຢູ່ ຢູ​ແກຼນ. ທ່ານ​ປະທານ​າທິບໍ​ດິລັດ​ເຊຍ V Putin ຖະ​ແຫລ​ງວ່າ ການ​ນຳ​ໃຊ້​ກຳລັງ​ອາວຸດ ພຽງ​ແຕ່​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ ຢູ່ ຢູ​ແກຼນ ​ປີນ​ຂັ້ນ​ໄດ​, ​ແລະ ກີ​ແອບ ຄວນ​ເຈລະຈາ​ກັບ​ຜູ້ຕາງຫນ້າ​ຂອງ​ກຳລັງ​ທວງ​ໃຫ້​ຫັນ​ເປັນ​ສະຫະພັນ​ຢູ່​ພາກ​ຕາ​ເວັນ​ອອກ. ກ່ຽວ​ຂ້ອງ​ເຖິງ​ບັນດາ​ຄຳ​ສັ່ງ​​ລົງ​ໂທດ​ຂອງ ຝ່າຍ​ຕາ​ເວັນ​ຕົກ, ທ່ານ Putin  ​ໃຫ້​ຮູ້​ວ່າ: ລັດ​ເຊຍ, ກາ​ຊັກ​ສະຖານ ​ແລະ ​ເບ​ລາຣຸດ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ໂຕ້​ຕອບ.

ຂ່າວ/ບົດ​ອື່ນ