ຫລາຍຄົນເສຍຊີວິດ ແລະ ຮັບບາດເຈັບໃນເຫດວາງລະເບີດສະຫຼະຊີບຢູ່ນະຄອນ Kabul, ອາບການິດສະຖານ

(VOVWORLD) - ວັນທີ 15 ສິງຫາ, ກະຊວງສາທາລະນະສຸກ ອາບການິດສະຖານ ປະກາດວ່າ ໄດ້ເກີດເຫດວາງລະເບີດສະຫຼະຊີບທີ່ແນໃສ່ Mawood,
ຫລາຍຄົນເສຍຊີວິດ ແລະ ຮັບບາດເຈັບໃນເຫດວາງລະເບີດສະຫຼະຊີບຢູ່ນະຄອນ Kabul, ອາບການິດສະຖານ - ảnh 1 ຫລາຍຄົນເສຍຊີວິດ ແລະ ຮັບບາດເຈັບໃນເຫດວາງລະເບີດສະຫຼະຊີບຢູ່ນະຄອນ Kabul, ອາບການິດສະຖານ (ພາບ: AFP/ TTXVN)

ແມ່ນສູນສຶກສາຢູ່ເຂດທີ່ມີຊາວມຸດສະລິມນິກາຍ ຊີອາ ດຳລົງຊີວິດເປັນຈຳນວນຫລວງຫລາຍ ຢູ່ທາງທິດຕາເວັນຕົກນະຄອນຫລວງ Kabul, ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 25 ຄົນເສຍຊີວິດ ແລະ 35 ຄົນຮັບບາດເຈັບ. ປັດຈຸບັນ, ຍັງບໍ່ທັນມີກຸ່ມໃດ ຍອມຮັບປະຕິບັດເຫດບຸກໂຈມຕີດັ່ງກ່າວ.

        ເຫດການດັ່ງກ່າວເກີດຂຶ້ນໃນສະພາບບັນດານະຄອນໃຫຍ່ໃນທົ່ວ ອາບການິດສະຖານ ກາຍເປັນເປົ້າໝາຍຂອງບັນດາເຫດບຸກໂຈມຕີໃນຊຸມເດືອນມໍ່ໆມານີ້. ອົງການ “ລັດອິດສະລາມ” (IS)  ແລະ ກຸ່ມກະບົດ Taliban ໄດ້ດຳເນີນບັນດາເຫດບຸກໂຈມຕີ ແລະ ວາງລະເບີດສະຫຼະຊີບ ແນໃສ່ກຳລັງປ້ອງກັນຄວາມສະຫງົບ ແລະ ຖານທັບຂອງລັດຖະບານ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ