ຫວນຄືນ 40 ປີ ແຫ່ງການຕໍ່ສູ້ປ້ອງກັນເຂດຊາຍແດນທາງທິດເໜືອຫວຽດນາມ

(VOVWORLD) -ກອງປະຊຸມ ແມ່ນໂອກາດເພື່ອຫວນຄືນເຫດການປະຫວັດສາດ ທີ່ເກີດຂຶ້ນກ່ອນນີ້ 40 ປີ ຢ່າງບໍລິສຸດຜຸດຜ່ອງ, ພາວະວິໄສ ຜ່ານນັ້ນ ເພີ່ມທະວີຄວາມສາມັກຄີ, ຍູ້ແຮງການພົວພັນຮ່ວມມືມິດຕະພາບ ພ້ອມກັນພັດທະນາລະຫວ່າງບັນດາປະເທດໃນໂລກ.

        ວັນທີ 15 ກຸມພາ, ຢູ່ຮ່າໂນ້ຍ, ສະຖານບັນບັນດິດວິທະຍາສາດ - ສັງຄົມຫວຽດນາມ ໄດ້ສົມທົບກັບສະມາຄົມວິທະຍາສາດປະຫວັດສາດ ຫວຽດນາມ ຈັດຕັ້ງ ກອງປະຊຸມສໍາມະນາແຫ່ງຊາດ ດ້ວຍຫົວຂໍ້ວ່າ “ຫວນຄືນໄລຍະ 40 ປີ ແຫ່ງວັນຕໍ່ສູ້ປ້ອງກັນເຂດຊາຍແດນທາງທິດເໜືອຂອງປະເທດຊາດ (1979 – 2019). ທີ່ກອງປະຊຸມສໍາມະນາ, ທ່ານ ສາດສະດາຈານ, ປະລິນຍາເອກ ຫງວຽນກວາງທ໊ວນ, ປະທານສະຖາບັນບັນດິດ ວິທະຍາສາດ - ສັງຄົມ ໃຫ້ຮູ້ວ່່າ: ກອງປະຊຸມ ແມ່ນໂອກາດເພື່ອຫວນຄືນເຫດການປະຫວັດສາດ ທີ່ເກີດຂຶ້ນກ່ອນນີ້ 40 ປີ ຢ່າງບໍລິສຸດຜຸດຜ່ອງ, ພາວະວິໄສ ຜ່ານນັ້ນ ເພີ່ມທະວີຄວາມສາມັກຄີ, ຍູ້ແຮງການພົວພັນຮ່ວມມືມິດຕະພາບ ພ້ອມກັນພັດທະນາລະຫວ່າງບັນດາປະເທດໃນໂລກ.

ຫວນຄືນ 40 ປີ ແຫ່ງການຕໍ່ສູ້ປ້ອງກັນເຂດຊາຍແດນທາງທິດເໜືອຫວຽດນາມ - ảnh 1ທ່ານ ສາດສະດາຈານ, ປະລິນຍາເອກ ຫງວຽນກວາງທ໊ວນ, ປະທານສະຖາບັນບັນດິດ ວິທະຍາສາດ - ສັງຄົມກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ 

        ບົດປະກອບຄໍາເຫັນ 60 ບົດ ທີ່ກອງປະຊຸມສໍາມະນາ ໄດ້ສຸມໃສ່ບັນດາບັນຫາຕົ້ນຕໍ, ໃນນັ້ນ ໄດ້ຢັ້ງຢືນເຖິງຄວາມຈິງປະຫວັດສາດ ແລະ ລັກສະນະເປັນທໍາຂອງຫວຽດນາມ ໃນການຕໍ່ສູ້ ປ້ອງກັນຊາຍແດນ ທາງທິດເໜືອຂອງປະເທດຊາດ. ນອກຈາກນັ້ນ, ຍັງມີບົດລາຍງານຫຼາຍບົດ ກໍໄດ້ແຈ້ງໃຫ້ຊາບບາງພື້ນຖານທິດສະດີ, ພຶດຕິກໍາຕົວຈິງ ແລະ ບົດຮຽນປະຫວັດສາດທີ່ຖອດຖອນມາໄດ້ຈາກການຕໍ່ສູ້ດັ່ງກ່າວ, ປະກອບສ່ວນເຂົ້າໃນການສຶກສານໍ້າໃຈສາມັກຄີ, ຄວາມຕັດສິນໃຈສ້າງສາປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງ ໃນສະພາບການທີ່ໂລກ ແລະ ພາກພື້ນ ພວມມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດລ່ວງໜ້າໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ