ຫົວຫນ້າຄະນະຈັດຕັ້ງສູນກາງເຮັດວຽກກັບການນຳແຂວງ ກວ໋າງນາມ

ຫົວຫນ້າຄະນະຈັດຕັ້ງສູນກາງເຮັດວຽກກັບການນຳແຂວງ ກວ໋າງນາມ - ảnh 1
ທ່ານ ໂຕ​ຮູຍ​ເຣືອເລ​ຂາ​ຄະ​ນະ​ພັກ​ສູນ​ກາງພັກ

ພາບ:vov

​(vovworld)- ຕອນ​ເຊົ້າ​ວັນ​ທີ 22/5, ທ່ານ ໂຕ​ຮູຍ​ເຣືອ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ຄະ​ນະ​ພັກ​ສູນ​ກາງ​ພັກ, ຫົວ​ຫ​ນ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ແຂວງ ກວ໋າງ​ນາມ ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ, ສັງ​ຄົມ ແລະ ວຽກ​ງານ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫ​ຍ່​ຂອ​ງ​ພັກ​ທຸກ​ຂັ້ນ​ປີ 2015 ຢູ່​ທ້ອງ​ຖິ່ນ​ຕ່າງໆ. ທີ່​ການ​ເຮັດ​ວຽກ, ການ​ນຳ​ແຂວງ ກວ໋າງ​ນາມ ໃຫ້​ຮູ້​ວ່າ: ໃນ 5 ເດືອນ​ຕົ້ນ​ປີ 2015, ສະ​ພາບ​ການ​ເສດ​ຖະ​ກິດ ສັງ​ຄົມ​ຢູ່​ບໍ​ລິ​ເວນ​ແຂວງ ບັນ​ລຸ​ໝາກ​ຜົນ​ດີ​ຫລາຍ​ຂົງ​ເຂດ. ກ່ຽວ​ກັບ​ວຽກ​ງານ​ຊີ້​ນຳ​ກອງ​ປະ​ຊຸມ​ໃຫ​ຍ່​ຂອງ​ພັກ​ຢູ່​ຂັ້ນ​ຮາກ​ຖານ ມາ​ຮອດ​ປະ​ຈຸ​ບັນ ບັນ​ລຸ​ໄດ້​ກວ່າ 55% ແຜນ​ການ​ວາງ​ອອກ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ ໂຕ​ຮູຍ​ເຣືອ ຕີ​ລາ​ຄາ​ສູງວຽກ​ງານ​ຊີ້​ນຳ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫ​ຍ່​ຂອງ​ພັກ​ຢູ່​ຂັ້ນ​ຮາກ​ຖານ ຢູ່ ແຂວງ ກວ໋າງ​ນາມ ພ້ອມ​ທັງ​ໃສ່​ໃຈ​ບາງ​ຫ​ນ້າ​ທີ່​ຈຸດ​ສຸມ​ຄວນ​ປະ​ຕິ​ບັດ​ເພື່ອ​​ໃຫ້​ວຽກ​ງານ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫ​ຍ່​ຂອງ​ພັກ​ຢູ່​ຂັ້ນ​ທ້ອງ​ຖິ່ນ​ສຳ​ເລັດ​ຜົນ.

 

 

 

ຂ່າວ/ບົດ​ອື່ນ