ຫວຽດນາມ - EU ສິ້ນສຸດຮອບເຈລະຈາສຸດທ້າຍກ່ຽວກັບ FTA

ຫວຽດນາມ - EU ສິ້ນສຸດຮອບເຈລະຈາສຸດທ້າຍກ່ຽວກັບ FTA - ảnh 1
(ພາບປະກອບ)

(vovworld) – ຮອບ​ເຈລະຈາ​ທີ່ 11 ​​ເຊິ່ງແມ່ນຮອບ​ເຈາລະຈາ​ສຸດ​ທ້າຍ​ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ (EVFTA) ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 23/01, ຢູ່​ບຣຸກ​ແຊນ, ປະ​ເທດ​ແບິນ​ຊິກ, ພາຍຫຼັງ​​ການ​ເຮັດ​ວຽກ​ເປັນ​ເວລາ 4 ວັນ. ທ່ານ​ເລືອ​ງວັນ​ທ໋າຍ, ຫົວໜ້າ​ກົມ​ເສດຖະກິດ​ຫຼາຍ​ຝ່າຍ, ກະຊວງ​ອຸດສາຫະກຳ​ການ​ຄ້າ​, ຮອງ​ຫົວ​ໜ້າ​ຄະນະ​ເຈລະຈາ​ຫວຽດນາມ ​ໃຫ້​ຮູ້​ວ່າ, ຮອບ​ເຈລະຈາ​ນີ້ 2 ຝ່າຍ​ໄດ້​ເປັນ​ເອກະ​ພາບ​ບາງ​ເນື້ອ​ໃນ​ທີ່​ຍັງ​ຖືກ​ກີດຂວາງ​ຈາກ​ບັນດາ​ຮອບ​ເຈລະຈາ​ກ່ອນ​ນັ້ນ​ຄື: ການ​ບໍລິການ, ການ​ລົງທຶນ. ທ່ານ​ເລືອ​ງວັນ​ທ໋າຍ ຢືນຢັນ​ວ່າ, ປະຈຸ​ບັນ 2 ຝ່າຍ​ພວມ​ກ້າວ​ໜ້າຖືກ​ທິດ​ເຊິ່ງການ​ນຳ​ໄດ້​ເປັນ​ເອກະ​ພາບ, ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ, ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ - EU ຈະ​ໄດ້​ຮັບ​ການ​ລົງ​ນາມ​ໂດຍ​ໄວ​ຖືກ​ຕາມ​ກຳນົດ​ເວລາ​ທີ່​ໄດ້​ວາງ​ອອກ.
ຂ່າວ/ບົດ​ອື່ນ