ຫວຽດນາມ ກະກຽມໃຫ້ຍຸດທະສາດແຫ່ງຊາດກ່ຽວກັບການປະຕິວັດ 4.0

(VOVWORLD) - ການປະຕິວັດອຸດສາຫະກຳ 4.0 ພວມຢູ່ໃນໄລຍະເລີ່ມຂະຫຍາຍຕົວ ແລະ ຈະສົ່ງຜົນກະທົບຕໍ່ທຸກຂົງເຂດເສດຖະກິດ - ສັງຄົມ, ພ້ອມທັງປ່ຽນແປງລະບົບການຜະລິດ ແລະ ບໍລິຫານທັງໝົດໃນປັດຈຸບັນ.

ການປະຕິວັດອຸດສາຫະກຳ 4.0 ອາດຈະນຳມາໃຫ້ພື້ນຖານເສດຖະກິດ ຫວຽດນາມ ມີກາລະໂອກາດພັດທະນາຢ່າງກະໂດດຂັ້ນ. ດັ່ງນັ້ນ, ຫວຽດນາມ ພວມມີການກະກຽມຢ່າງຕັ້ງໜ້າເພື່ອຮັບເອົາກາລະໂອກາດນີ້. ປະຕິບັດໜ້າທີ່ເຊິ່ງນາຍົກລັດຖະບານມອບໝາຍໃຫ້ກ່ຽວກັບການກໍ່ສ້າງຍຸດທະສາດແຫ່ງຊາດໃນການປະຕິວັດອຸດສາຫະກຳ 4.0, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ພວມເລັ່ງໃສ່ການຄົ້ນຄວ້າແຜນຮ່າງສ້າງຕັ້ງສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ ແລະ ກໍ່ສ້າງເຄືອຂ່າຍຊັບພະຍາກອນມະນຸດປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບ 4.0.

ຕອບກັບ

ຂ່າວ/ບົດ​ອື່ນ