ຫວຽດນາມ ກຽມພ້ອມເພື່ອຕ້ອນຮັບການປະຕິວັດອຸດສາຫະກຳຄັ້ງທີ 4

(VOVWORLD) - ຫວຽດນາມ ຕັດສິນໃຈຫັນຈາກທີ່ຕັ້ງແມ່ນປະເທດໃຊ້ສອຍ ມາເປັນປະເທດສະໜອງບັນດາເຕັກໂນໂລຢີ, ບໍລິການໃນອະນາຄົດ, ກຽມພ້ອມຕ້ອນຮັບການປະຕິວັດອຸດສາຫະກຳ ຄັ້ງທີ 4. 
ຫວຽດນາມ ກຽມພ້ອມເພື່ອຕ້ອນຮັບການປະຕິວັດອຸດສາຫະກຳຄັ້ງທີ 4 - ảnh 1ສາດສະດາຈານ Murakami ແລະ ທ່ານ ຟ້າມດ້າຍເຢືອງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ 

(ພາບ: Nguyễn Tuyến/Vietanm+)

ນັ້ນແມ່ນການຢືນຢັນຂອງທ່ານ ຟ້າມດ້າຍເຢືອງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ, ທີ່ກອງປະຊຸມພົວພັນແລກປ່ຽນວິທະຍາສາດ ຫວຽດນາມ - ຍີ່ປຸ່ນ VJSE 2017 ດ້ວຍຫົວຂໍ້ “ການເຊື່ອມຕໍ່ມະນຸດ, ກຳນົດທິດອະນາຄົດ” ຫາກໍ່ໄດ້ຮັບການຈັດຕັ້ງຢູ່ມະຫາວິທະຍາໄລ Shibaura,ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ. ທີ່ບົດກ່າວຄຳເຫັນໃນວາລະປະຊຸມຄົບຄະນະ, ທ່ານຮອງລັດຖະມົນຕີ ຟ້າມດ້າຍເຢືອງ ເນັ້ນໜັກບົດບາດຂອງວົງຄະນະຍາດບັນດານັກວິທະຍາສາດ ຫວຽດນາມ ຢູ່ຕ່າງປະເທດ ໃນການປະກອບສ່ວນເຂົ້າໃນການພັດທະນາວິທະຍາສາດ ເຕັກໂລໂນຢີຂອງ ປະເທດຊາດ.

        ບັນດາບົດລາຍງານວິທະຍາສາດທີ່ VJSE 2017 ໄດ້ສຸມໃສ່ເຂົ້າ 2 ຂົງເຂດພັດທະນາທີ່ດຶງດູດຄວາມສົນໃຈທີ່ສຸດແມ່ນການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ການພົວພັນຮ່ວມມື ຫວຽດນາມ - ຍີ່ປຸ່ນ. ບັນດາບົດລາຍງານວິທະຍາສາດທີ່ VJSE 2017 ໄດ້ແບ່ງເປັນ 8 ວາລະລາຍງານຫົວເລື່ອງສະເພາະ ແລະ ການວາງສະແດງ poster, ກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ (IT), ພຸມປັນຍາຂອງມະນຸດ, ເຕັກໂນໂລຢີການແພດຊີວະ, ວິທະຍາສາດໝູນໃຊ້… 

ຕອບກັບ

ຂ່າວ/ບົດ​ອື່ນ