ຫວຽດນາມ ຄັດຄ້ານບັນດາການເຄື່ອນໄຫວດ້ານການທະຫານຂອງຈີນ ຢູ່ ຟູ໋ເລິມ

(VOVWORLD) - ຫວຽດນາມ ມີພື້ນຖານດ້ານນິຕິທຳ ແລະ ພະຍານຫຼັກຖານປະຫວັດສາດຢ່າງພຽງພໍ ເພື່ອຢັ້ງຢືນອຳນາດອະທິປະໄຕຂອງຕົນສຳລັບ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ
ຫວຽດນາມ ຄັດຄ້ານບັນດາການເຄື່ອນໄຫວດ້ານການທະຫານຂອງຈີນ ຢູ່ ຟູ໋ເລິມ - ảnh 1ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ

ທີ່ການປະຊຸມຂ່າວນັດສາມັນໄດ້ດຳເນີນໃນຕອນບ່າຍວັນທີ 14 ມິຖຸນາ, ຢູ່ຮ່າໂນ້ຍ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງ ອີກຄັ້ງໜຶ່ງຢັ້ງຢືນວ່າ: ຫວຽດນາມ ມີພື້ນຖານດ້ານນິຕິທຳ ແລະ ພະຍານຫຼັກຖານປະຫວັດສາດຢ່າງພຽງພໍ ເພື່ອຢັ້ງຢືນອຳນາດອະທິປະໄຕຂອງຕົນສຳລັບ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ, ສອດຄ່ອງກັບກົດໝາຍສາກົນ. ທຸກໆການກະທຳທີ່ດຳເນີນຢູ່ 2 ໝູ່ເກາະເຫຼົ່ານີ້ເຊິ່ງບໍ່ໄດ້ຮັບອະນຸຍາດຈາກ ຫວຽດນາມ ແມ່ນຜິດກົດໝາຍ ແລະ ບໍ່ມີຄຸນຄ່າ.

        ຕໍ່ກັບແຫຼ່ງຂ່າວຈາກສື່ສານສາກົນໃນວັນທີ 8 ມິຖຸນາ, ໄດ້ໃຫ້ຂ່າວຜ່ານຮູບພາບດາວທຽມຂອງອົງການສືບລາຊະການລັບ ອິດສະຣາແອນ, ຈີນ ໄດ້ເອົາຖານຍິງລູກສອນໄຟມາຕັ້ງຢູ່ເກາະ ຟູ໋ເລິມ ຂຶ້ນກັບໝູ່ເກາະຮ່ວາງຊາຂອງ ຫວຽດນາມ, ທ່ານນາງໂຄສົກກະຊວງການຕ່າງປະເທດ ເລທິທູຮັ່ງ, ເນັ້ນໜັກວ່າ:

        “ເລື່ອງ ຈີນ ຜັນຂະຫຍາຍລູກສອນໄຟຄືນໃໝ່ຢູ່ເກາະ ຟູ໋ເລິມ ຂຶ້ນກັບໝູ່ເກາະ ຮ່ວາງຊາ ໄດ້ລະເມີດອຳນາດອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະຮ່ວາງຊາ ຢ່າງແຮງ, ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບໃນພາກພື້ນ ກໍ່ຄືຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ. ຫວຽດນາມ ຮຽກຮ້ອງໃຫ້ຈີນ ຢຸດຕິບັນດາການກະທຳຜິດພາດນີ້ໃນທັນທີ, ຖອນບັນດາອຸປະກອນການທະຫານທີ່ໄດ້ຜັນຂະຫຍາຍຢ່າງຜິດກົດໝາຍອອກຈາກໝູ່ເກາະ ຮ່ວາງຊາ ຂອງ ຫວຽດນາມ”

ຕອບກັບ

ຂ່າວ/ບົດ​ອື່ນ