ຫວຽດນາມ ຈັດຕັ້ງໃຫ້ບັນດາພື້ນຖານເສດຖະກິດສະມາຊິກ APEC ມາກ່ອນເພື່ອກະກຽມໃຫ້ສັບປະດາສຸດຍອດ APEC 2017

(VOVWORLD) -ໃນລະຫວ່າງວັນທີ 27-28 ກໍລະກົດ 2017, ໄດ້ມີ ຜູ້ຕາງໜ້າກວ່າ 300 ຄົນ ຂອງ 20 ພື້ນຖານເສດຖະກິດສະມາຊິກ APEC ແລະ ບັນດາອົງການນັກສັງເກດການຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ເຂົ້າຮ່ວມລາຍການມາ ຫວຽດນາມ ກ່ອນຄັ້ງທຳອິດ ເພື່ອກະກຽມໃຫ້ສັບປະດາສຸດຍອດ APEC 2017 ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງຕາມທຳນຽມ APEC.

ຫວຽດນາມ ຈັດຕັ້ງໃຫ້ບັນດາພື້ນຖານເສດຖະກິດສະມາຊິກ APEC ມາກ່ອນເພື່ອກະກຽມໃຫ້ສັບປະດາສຸດຍອດ APEC 2017 - ảnh 1ລາຍການມາ ຫວຽດນາມ ກ່ອນຄັ້ງທຳອິດ ເພື່ອກະກຽມໃຫ້ສັບປະດາສຸດຍອດ APEC 2017

(ພາບ: dangcongsan.vn)

ກ່າວຄຳປາໄສ, ຕໍ່ໜ້າຜູ້ຕາງໜ້າບັນດາສະມາຊິກ ແລະ ນັກສັງເກດການ, ຜູ້ຕາງໜ້າກອງເລຂາແຫ່ງຊາດ APEC 2017 ເນັ້ນໜັກເຖິງຄວາມໝາຍສຳຄັນຂອງເລື່ອງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງປີ APEC 2017, ພິເສດແມ່ນສັບປະດາສຸດຍອດ APEC 2017, ພ້ອມທັງຢືນຢັນວ່າ ຫວຽດນາມ ໄດ້ ແລະ ຈະເຮັດຈົນສຸດຄວາມສາມາດ ເພື່ອຮັບປະກັນຜົນສຳເລັດຂອງສັບປະດາສຸດຍອດ APEC 2017, ປະກອບສ່ວນສືບຕໍ່ຊຸກຍູ້ການຮ່ວມມື APEC ແລະ ຮ່ວມສຳພັນເສດຖະກິດຢູ່ ອາຊີ-ປາຊີຟິກ.

        ບັນດາຜູ້ຕາງໜ້າບັນດາພື້ນຖານເສດຖະກິດສະມາຊິກ APEC ແລະ ນັກສັງເກດການ ຕີລາຄາສູງການກະກຽມກ່ອນ ແລະ ລະອຽດລະອໍ ຂອງເຈົ້າພາບ ຫວຽດນາມ ກໍ່ຄືອຳນາດການປົກຄອງ ນະຄອນດ່ານັງ, ພ້ອມທັງໃຫ້ຄຳໝັ້ນສັນຍາ ຈະສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອກະກຽມສັບປະດາສຸດຍອດ APEC ທີ່ຈະມາເຖິງໃຫ້ດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ