ຫວຽດນາມ - ຈຸດນັດພົບທີ່ດູດດື່ມສຳລັບບັນດາບໍລິສັດປະດິດສ້າງຂອງ ສ. ເກົາຫຼີ

(VOVWORLD) - ບົດລາຍງານກໍ່ສະແດງໃຫ້ເຫັນວ່າບໍລິສັດປະດິດ ສ້າງຂະໜາດນ້ອຍ ແລະ ກາງຂອງ ສ. ເກົາຫຼີ ມີທ່າອ່ຽງຖອນຕົວອອກຈາກພື້ນຖານເສດຖະກິດໃຫຍ່ທີ່ສອງໃນໂລກເພື່ອດຳເນີນການເຄື່ອນໄຫວລົງທຶນເຂົ້າ ຫວຽດນາມ ໂດຍກົງ.

ບັນດາບໍລິສັດປະດິດສ້າງຂອງ ສ. ເກົາຫຼີ  ໄດ້ຍ້າຍຈຸດສຸມການລົງທຶນໂດຍກົງຂອງຕ່າງປະເທດຈາກ ຈີນ ໄປສູ່ ຫວຽດນາມ ເພື່ອໄດ້ຮັບຜົນປະໂຫຍດຈາກບັນດານະໂຍບາຍບຸລິມະສິດດ້ານພາສີອາກອນ, ຄ່າແຮງງານຖືກ ແລະ ບັນດາເງື່ອນໄຂສະດວກອື່ນໆອີກ. ບົດລາຍງານທີ່ປະກາດເມື່ອວັນທີ 22 ພະຈິກຂອງສະຫະພັນບັນດາຂະແໜງອຸດສາຫະກຳຂອງ ສ ເກົາຫຼີ ຊີ້ໃຫ້ເຫັນວ່າ ຫວຽດນາມ ກວມເອົາ 17,7% ຍອດເງິນລົງທຶນໂດຍກົງຢູ່ຕ່າງປະເທດຂອງ ສ. ເກົາຫຼີ ໃນປີ 2017, ເພີ່ມຂຶ້ນສູງເມື່ອທຽບໃສ່ຕົວເລກ 3,7% ໃນປີ 1990. ໃນຂະນະນັ້ນ, ຈຳນວນເງິນລົງທຶນເຂົ້າ ຈີນ ໄດ້ຫລຸດລົງຍັງເຫຼືອພຽງ 27,6%, ຈາກລະດັບ 44,5% ໃນຊຸມປີ 2000. ບົດລາຍງານກໍ່ສະແດງໃຫ້ເຫັນວ່າບໍລິສັດປະດິດ ສ້າງຂະໜາດນ້ອຍ ແລະ ກາງຂອງ ສ. ເກົາຫຼີ ມີທ່າອ່ຽງຖອນຕົວອອກຈາກພື້ນຖານເສດຖະກິດໃຫຍ່ທີ່ສອງໃນໂລກເພື່ອດຳເນີນການເຄື່ອນໄຫວລົງທຶນເຂົ້າ ຫວຽດນາມ ໂດຍກົງ.

ຕອບກັບ

ຂ່າວ/ບົດ​ອື່ນ