ຫວຽດນາມ ຈະເຂົ້າຮ່ວມການເຈລະຈາ Shangri-La 17 ຢູ່ ສິງກະໂປ

(VOVWORLD) - ແຕ່ວັນທີ 31 ພຶດສະພາ ຫາວັນທີ 3 ມິຖຸນາ, ທ່ານພົນເອກ ໂງຊວນລີ້ກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳໜ້າຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ຈະເຂົ້າຮ່ວມການເຈລະຈາ Shingri-La ຄັ້ງທີ 17 ຢູ່ສິງປະໂປ ຕາມຄຳເຊີນຂອງຄະນະຈັດຕັ້ງການເຈລະຈາ Shingri-La.
ຫວຽດນາມ ຈະເຂົ້າຮ່ວມການເຈລະຈາ Shangri-La 17 ຢູ່ ສິງກະໂປ - ảnh 1 ທ່ານພົນເອກ ໂງຊວນລີ້ກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບອິນເຕີແນັດ)

ຄາດວ່າ ທ່ານພົນເອກ ໂງຊວນລີ້ກ ຈະມີບົດກ່າວປາໄສສຳຄັນທີ່ການເຈລະຈາ. ຢູ່ນອກການເຈລະຈາ, ທ່ານລັດຖະມົນຕີ ໂງຊວນລີ້ກ ຈະມີບັນດາການພົບປະ 2 ຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດຂອງປະເທດຕ່າງໆ.

        ການເຈລະຈາ Shangri-La ຄັ້ງນີ້ ມີກອງປະຊຸມຄົບຄະນະ 5 ກອງປະຊຸມ ດ້ວຍບັນດາຫົວຂໍ້ວ່າ: ບົດບາດຊີ້ນຳນຳພາຂອງ ອາເມລິກາ ແລະ ບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງໃນມະຫາສະໝຸດອິນເດຍ - ປາຊີຟິກ; ຫລຸດຜ່ອນວິກິດການ ສປປ.ເກົາຫຼີ; ກຳນົດຄວາມເປັນລະບຽບຮຽບຮ້ອຍຄວາມໝັ້ນຄົງທີ່ພວມປ່ຽນແປງຂອງ ອາຊີ; ບັນດາແງ່ມູມໃໝ່ຂອງລັດທິກໍ່ການຮ້າຍ ແລະ ການເຄື່ອນໄຫວຕ້ານກໍ່ການຮ້າຍ; ຍົກສູງຄຸນນະພາບແຫ່ງການຮ່ວມມືວຽກງານປ້ອງກັນຄວາມສະຫງົບໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ