ຫວຽດນາມ ຊະນະເລີດ AFF Suzuki Cup 2018

(VOVWORLD) -  ດ້ວຍປະຕູ 1 ຕໍ່ 0, ທິມບານເຕະ ຫວຽດນາມ ຍາດໄດ້ໄຊຊະນະຕໍ່ທິມບານເຕະ ມາເລເຊຍ ທີ່ນັດຊີງຊະນະເລີດຢູ່ສະໜາມກິລາ ໝີດີ່ງ ໃນຕອນຄ່ຳວັນທີ 15 ທັນວາ, ທິມບານເຕະ ຫວຽດນາມ ໄດ້ຊະນະເລີດການແຂ່ງຂັນບານເຕະ ອາຊີຕາເວັນອອກສ່ຽງໃຕ້ - AFF Suzuki Cup 2018.

ຫວຽດນາມ ຊະນະເລີດ AFF Suzuki Cup 2018 - ảnh 1 ຫວຽດນາມ ຊະນະເລີດ AFF Suzuki Cup 2018

ພາຍຫລັງສິ້ນສຸດນັດແຂ່ງຂັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ລົງສະໜາມກິລາອວຍພອນ ແລະ ມອບຂັນຊະນະເລີດໃຫ້ທິມບານເຕະ ຫວຽດນາມ.

        ພາຍຫລັງທິມບານເຕະ ຫວຽດນາມ ຊະນະເລີດ AFF Suzuki Cup 2018, ປະຊາຊົນໃນທົ່ວປະເທດນັບລ້ານໆຄົນໄດ້ລົງຖະໜົນເພື່ອຊົມເຊີຍໄຊຊະນະຂອງທິມບານເຕະ ຫວຽດນາມ. ອ້າຍ ຫງວຽນວັນຕວຽນ ຢູ່ເມືອງ ຮ່ວານກຽມ, ຮ່າໂນ້ຍ ແບ່ງປັນວ່າ:

        ຂ້າພະເຈົ້າຄິດວ່າ ປະຊາຊົນໃນທົ່ວປະເທດ, ບໍ່ພຽງແຕ່ຊາວຮ່າໂນ້ຍເທົ່ານັ້ນ ຫາກຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດອີກດ້ວຍ ລ້ວນແຕ່ເຊື່ອມຕົວເຂົ້າກັບບັນຍາກາດໄຊຊະນະ. ມື້ນີ້ ອາກາດໄດ້ອຳນວຍຄວາມສະດວກທີ່ສຸດໃຫ້ທິມບານເຕະ ຫວຽດນາມ ແລະ ປະຊາຊົນລົງຖະໜົນຊົມເຊີຍໄຊຊະນະຂອງ ຫວຽດນາມ.

        ທີ່ນະຄອນ ໂຮ່ຈີມິນ, ຖະໜົນທາງຍ່າງ ຫງວຽນເຫ້ວ, ເມືອງ 1, ປະຊາຊົນກໍ່ພາກັນເຕົ້າໂຮມຢູ່ທີ່ນີ້ ເພື່ອຊົມເຊີຍໄຊຊະນະຂອງທິມບານເຕະ ຫວຽດນາມ ດ້ວຍສຽງກອງ, ສຽງຮ້ອງໂຮ່, ທຸງຊາດປິວສະບັດ ຫວຽດນາມ ຊະນະເລີດ.

ຕອບກັບ

ຂ່າວ/ບົດ​ອື່ນ