ຫວຽດນາມ ຍົກອອກບັນດາຂໍ້ລິເລີ່ມ ຊຸກຍູ້ການຮ່ວມມືການປ້ອງກັນຊາດປ້ອງກັນຄວາມສະຫງົບຢູ່ພາກພື້ນ

(VOVWORLD) -  ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ຄັ້ງທີ 12 (ADMM 12) ແລະ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກ້ວາງ (ADMM+) ຄັ້ງທີ 5 ໄດ້ສິ້ນສຸດລົງໃນວັນທີ 20 ຕຸລາ ຢູ່ປະເທດ ສິງກະໂປ ພາຍຫລັງປະຊຸມມາເປັນເວລາ 2 ວັນ.

ຫວຽດນາມ ຍົກອອກບັນດາຂໍ້ລິເລີ່ມ ຊຸກຍູ້ການຮ່ວມມືການປ້ອງກັນຊາດປ້ອງກັນຄວາມສະຫງົບຢູ່ພາກພື້ນ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ຄັ້ງທີ 12 (ພາບ: TTXVN) 

ທີ່ບັນດາກອງປະຊຸມນີ້, ຫວຽດນາມ ໄດ້ຍົກອອກທັດສະນະ, ຂໍ້ລິເລີ່ມຫລາຍຢ່າງ ແລະ ໄດ້ຮັບການສະໜັບສະໜູນຈາກບັນດາປະເທດ. ບັນດາບົດກ່າວປາໄສຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວນລິ້ກ ໄດ້ຊີ້ແຈ້ງທັດສະນະຂອງ ຫວຽດນາມ.

       ຫວຽດນາມ ໄດ້ຍົກອອກຂໍ້ສະເໜີລະອຽດ ເພື່ອເພີ່ມທະວີການຮ່ວມມືແທດຈິງລະຫວ່າງ ອາຊຽນ ກັບບັນດາປະເທດຄູ່ຮ່ວມມື. ສຳລັບ ຈີນ, ຫວຽດນາມ ໄດ້ຍົກອອກ 3 ຂໍ້ສະເໜີກ່ຽວກັບເລື່ອງ ສ້າງຕັ້ງໂທລະສັບໂດຍກົງລະຫວ່າງບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ແລະ ຈີນ ໂດຍໄວ; ຈັດຕັ້ງການພົບປະແລກປ່ຽນນາຍທະຫານໜຸ່ມ ອາຊຽນ - ຈີນ ຄັ້ງທຳອິດຢູ່ ຫວຽດນາມ; ສ້າງຕັ້ງກຸ່ມປະຕິບັດງານລວມລະຫວ່າງ ອາຊຽນ - ຈີນ. ສຳລັບ ອາເມລິກາ, ຫວຽດນາມ ສະເໜີຊຸກຍູ້ການຮ່ວມມືຍົກສູງກຳລັງຄວາມສາມາດໃຫ້ ອາຊຽນ ແລະ ບັນດາປະເທດສະມາຊິກກ່ຽວກັບຄວາມໝັ້ນຄົງທະເລ, ໜູນຊ່ວຍມະນຸດສະທຳ, ກູ້ໄພກູ້ຊີບ, ກໍ່ຄືຮ່ວມມືແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ ໃນນັ້ນ ມີການກຳຈັດມົນລະພິດທາດເຄມີ. ສຳລັບ ຍີ່ປຸີ່ນ, ຫວຽດນາມ ສະໜັບສະໜູນເລື່ອງຜັນຂະຫຍາຍບັນດາເນື້ອໃນໃນເອກະສານວິໄສທັດ ວຽງຈັນ, ພ້ອມທັງສະເໜີ ຍີ່ປຸ່ນ ສືບຕໍ່ໜູນຊ່ວຍ ອາຊຽນ ໃນການປົກປັກຮັກສາສິ່ງແວດລ້ອມ, ເປັນຕົ້ນແມ່ນຄວາມໝັ້ນຄົງແຫຼ່ງນ້ຳ…

ຕອບກັບ

ຂ່າວ/ບົດ​ອື່ນ