ຫວຽດນາມ - ຍີ່ປຸ່ນ ເພີ່ມທະວີການຮ່ວມມືພັດທະນາກິລາຄົນພິການ

ຫວຽດນາມ - ຍີ່ປຸ່ນ ເພີ່ມທະວີການຮ່ວມມືພັດທະນາກິລາຄົນພິການ - ảnh 1
ນັກ​ກິ​ລາ​ລອຍ​ນ້ຳ​ຄົນ​ພິ​ການ ຫວຽດ​ນາມ
(ພາ​ບ​ປະ​ກອບ)

(vovworld) - ຕອນ​ບ່​າຍ​ວັນ​ທີ 26/4, ຢູ່​ຮ່າ​ໂນ້ຍ, ສະ​ຫະ​ສະ​ມາ​ຄົມ​ກິ​ລາ​ຄົນ​ພິ​ການ ຫວຽດ​ນາມ (Paralympic ຫວຽດ​ນາມ) ສືບ​ຕໍ່ ແລະ ເຮັດ​ວຽກ​ກັບ​ຄະ​ນະ​ການ​ນຳ​ແຂວງ Nagasaki (ຍີ່​ປຸ່ນ) ກ່ຽວ​ກັ​ບ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ພັດ​ທະ​ນາ​ກິ​ລາ​ຄົນ​ພິ​ການ​ລະ​ຫວ່າງ 2 ປະ​ເທດ. ທີ່​ການ​ເຮັດ​ວຽກ, ທ່ານຮ່​ວາງ​ຢື້, ​ຮອງ​ປະ​ທານ Paralympic ຫວຽດ​ນາມ ໄດ້​ຂອ​ບ​ອົກ​ຂອ​ບ​ໃຈ, ​ລັດ​ຖະ​ບານ ຍີ່​ປຸ່ນ ແລະ ຄະ​ນະ​ກຳ​ມະ​ການ Paralympic ຍີ່​ປຸ່ນ ໃນ​ໄລ​ຍະ​ຜ່ານ​ມາໄດ້​ສ້າ​ງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ນັກ​ກິ​ລາ​ຄົນ​ພິ​ການ ຫວຽດ​ນາມ ​ເຂົ້າ​ຮ່ວມ​ຊຸດ​ຝຶກ​ແອບ​ກ່ຽວ​ກັບ​ກິ​ລາ​ລອຍ​ນ້ຳ, ຍົກ​ນ້ຳ​ໜັກ… ເພື່ອ​ກະ​ກຽມ​ໃຫ້​ງານ​ມະ​ຫາ​ກຳ​ກິ​ລາ Paralympic ໂຕກຽວ 2020. ທ່ານຮ່​ວາງ​ຢື້, ​ຮອງ​ປະ​ທານ Paralympic ຫວຽດ​ນາມ ກໍ່​ປາດ​ຖະ​ໜາ​ວ່າ: ແຂວງ Nagasaki ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ນັກ​ກິ​ລາ​ຄົນ​ພິ​ການ ຫວຽດ​ນາມ ຝຶກ​ແອບ​ຢູ່​ທ້​ອງ​ຖິ່ນ ແລະ ແຂ່ງ​ຂັນ​ມິດ​ຕະ​ພາບ​ທີ່​ບັນ​ດາ​ງານ​ແຂ່ງ​ຂັນ​ກິ​ລາ​ຖືກ​ໄດ້​ຈັດ​ຕັ້ງ​ຢູ່​ທັງ 2 ປະ​ເທດ ຫວຽດ​ນາມ, ຍີ່​ປຸ່ນ.

        ສ່ວນ​ທ່ານ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ Kobayashi Katsutoshi, ແຂວງ Nagasaki ປາດ​ຖະ​ໜາ​ຢາກ​ໄດ້​ຕ້ອ​ນ​ຮັບ​ຄະ​ນະ​ນັກ​ກ​ິ​ລາ ຄົນ​ພິ​ການ ຫວຽດ​ນາມ ໄປ​ຝຶກ​​ແອບ​ຢູ່ ຍີ່​ປຸ່ນ, ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ໜູນ​ຊ່ວຍ​ເດີ່ນ​​ຝຶກ​ຊ້ອ​ມ, ບ່ອນ​ກິນ​ຢູ່​ໃຫ້​ຄະ​ນະໃນ​ບາງ​ປະ​ເພດ​ກິ​ລາ.


ຕອບກັບ

ຂ່າວ/ບົດ​ອື່ນ