ຫວຽດນາມ ຍາດໄດ້ລາງວັນທີໜຶ່ງ ໃນການເສັງຄວາມໝັ້ນຄົງທາງອິນເຕີແນັດທົ່ວໂລກ WhiteHat 2017

(VOVWORLD) - ວັນທີ 17 ທັນວາ, ສິ້ນສຸດການເສັງຄວາມໝັ້ນຄົງທາງອິນເຕີແນັດຢ່າງຂ້ຽວຂາດເປັນເວລາ 24  ຊົ່ວໂມງຂອງກ່ວາ 450 ທິມທີ່ມາຈາກ 62 ປະເທດ ແລະ ເຂດແຄ້ວນ,
ຫວຽດນາມ ຍາດໄດ້ລາງວັນທີໜຶ່ງ ໃນການເສັງຄວາມໝັ້ນຄົງທາງອິນເຕີແນັດທົ່ວໂລກ WhiteHat 2017 - ảnh 1 ຫວຽດນາມ ຍາດໄດ້ລາງວັນທີໜຶ່ງ ໃນການເສັງຄວາມໝັ້ນຄົງທາງອິນເຕີແນັດທົ່ວໂລກ WhiteHat 2017

ທິມ CLGTftMeePwn ຂອງ ຫວຽດນາມ ຍາດໄດ້ລາງວັນທີໜຶ່ງ ໃນການເສັງຄວາມໝັ້ນຄົງທາງອິນເຕີແນັດທົ່ວໂລກ WhiteHat Grand Prix 2017. ລາງວັນທີໜຶ່ງມີມູນຄ່າ 225 ລ້ານດົ່ງ. ດ້ວຍຫົວຂໍ້ວ່າ “ມໍລະດົກ ຫວຽດນາມ”, ນີ້ເປັນເທື່ອທີ 5 ທີ່ການເສັງຄວາມໝັ້ນຄົງທາງອິດເຕີແນັດທົ່ວໂລກ WhiteHat Grand Prix ໄດ້ຮັບການຈັດຕັ້ງຢ່າງລຽນຕິດ ແລະ ເປັນປີທີ 3 ໄດ້ຮັບການເປີດກ້ວາງໃນຂອບຂະໜາດທົ່ວໂລກ. ທິມ 217 (ໄຕຫວັນ - ຈີນ) ແລະ ທິມ Dogfish (ອາເມລິກາ) ຍາດໄດ້ລາງວັນທີສອງ ແລະ ຖືກຈັດອັນດັບທີທີ 3 ໃນຕາລະລາງຈັດອັນດັບຂອງ WhiteHat Grand Prix 2017.

ຕອບກັບ

ຂ່າວ/ບົດ​ອື່ນ