ຫວຽດນາມ ຍາມໃດກໍ່ຕ້ອນຮັບ ແລະ ຮ່ວມເດີນທາງກັບວິສາຫະກິດ ແອັດສະປາຍ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ແອັດສະປາຍ ຢ່າງເປັນທາງການ, ວັນທີ 24 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ເປັນປະທານພິທີໄຂເວທີປາໄສເສດຖະກິດ ຫວຽດນາມ - ແອັດສະປາຍ ດ້ວຍຫົວຂໍ້ວ່າ “ພ້ອມກັນຮ່ວມເດີນທາງ
ຫວຽດນາມ ຍາມໃດກໍ່ຕ້ອນຮັບ ແລະ ຮ່ວມເດີນທາງກັບວິສາຫະກິດ ແອັດສະປາຍ - ảnh 1 ພິທີລົງນາມຂໍ້ຕົກລົງຮ່ວມມືລະຫວ່າງວິສາຫະກິດ 2 ປະເທດ

ກາລະໂອກາດຮ່ວມມືໃຫ້ວິສາຫະກິດ ຫວຽດນາມ ແລະ ແອັດສະປາຍ”. ເວທີປາໄສແມ່ນເຫດການເສດຖະກິດໃນບັນດາການເຄື່ອນໄຫວຂອງຂອບເຂດຊຸມວັນ ຫວຽດນາມ ທີ່ຈັດຕັ້ງຢູ່ ແອັດສະປາຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (23/05/1977 – 23/05/2017). ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຟ້າມບີງມິງ ຢືນຢັນຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ວ່າຍາມໃດກໍ່ຕ້ອນຮັບ ແລະ ຮ່ວມເດີນທາງກັບວິສາຫະກິດ, ສືບຕໍ່ຊຸກຍູ້ການປະຕິຮູບ, ສ້າງຂໍ້ລິເລີ່ມສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ການລົງທຶນຢ່າງສະດວກ ແລະ ສະເໝີພາບກ່ວາອີກ ໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ໃນນັ້ນ ມີບັນດານັກລົງທຶນ ແອັດສະປາຍ.

        “ຫວຽດນາມ ໄດ້ຮັບຄວາມຮູ້ຈັກຈາກເພື່ອນມິດສາກົນດ້ວຍເລື່ອງປະສົບຜົນສຳເລັດກ່ຽວກັບເສດຖະກິດ, ແມ່ນຈຸດພົ້ນເດັ່ນກ່ຽວກັບການດຶງດູດການລົງທຶນ ແລະ ການທ່ອງທ່ຽວ. ມາຮອດປະຈຸບັນ, ຫວຽດນາມ ດຶງດູດທຶນ FDI ໄດ້ປະມານ 300 ຕື້ USD, ໃນນັ້ນ ທຶນປະຕິບັດກ່ວາ 154 ຕື້ USD. ສະເພາະປີ 2016 ດ້ວຍຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມໃຫຍ່ຫລວງຂອງ ລັດຖະບານ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງ ຫວຽດນາມ ໄດ້ເພີ່ມຂຶ້ນ 9 ຂັ້ນ.”

        ໃນຂອບເຂດເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງຮ່ວມມືລະຫວ່າງວິສາຫະກິດ 2 ປະເທດບາງສະບັບ.

ຕອບກັບ

ຂ່າວ/ບົດ​ອື່ນ