ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນມິດຕະພາບ, ການຮ່ວມມືຢ່າງມີປະສິດທິຜົນໃນຫຼາຍດ້ານ ກັບ ໂຮນລັງ

(VOVWORLD) -ບັນດາທ້ອງຖິ່ນ ແລະ ນັບທັງວິສາຫະກິດຫວຽດນາມ ຢາກຮ່ວມມືກັບບັນດາວິສາຫະກິດ ໂຮນລັງທີ່ສຸດ, ໂດຍສະເພາະແມ່ນໃນບັນດາຂົງເຂດ ເຊິ່ງ ໂຮນລັງມີທ່າແຮງ.

        ທີ່ການຕ້ອນຮັບທ່ານນາງ Elsbeth Akkerman ເນື່ອງໃນໂອກາດທ່ານມາຮັບໜ້າທີ່ ເປັນເອກອັກຄະລັດຖະທູດ ໂຮນລັງ ປະຈໍາ ຫວຽດນາມ, ວັນທີ 14 ມີນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການພົວພັນມິດຕະພາບ, ການຮ່ວມມືຢ່າງມີປະສິດທິຜົນໃນຫຼາຍດ້ານກັບ ໂຮນລັງ ເປັນສໍາຄັນ.

ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນມິດຕະພາບ, ການຮ່ວມມືຢ່າງມີປະສິດທິຜົນໃນຫຼາຍດ້ານ ກັບ ໂຮນລັງ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ (ພາບ: chinhphu.vn)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີວ່າ ສອງປະເທດ ສືບຕໍ່ເພີ່ມທະວີການພົວພັນຮ່ວມມືກ່ຽວກັບ ເສດຖະກິດ - ການຄ້າ - ການລົງທຶນ; ພ້ອມທັງປາດຖະໜາວ່າ ບັນດາອົງການກ່ຽວຂ້ອງຂອງສອງປະເທດ ຜັນຂະຫຍາຍມາດຕະການລະອຽດ ເພື່ອຍົກວົງເງິນການຄ້າສອງສົ້ນໃຫ້ສູງກວ່າອີກ. ທ່ານໃຫ້ຮູ້ວ່າ, ບັນດາທ້ອງຖິ່ນ ແລະ ນັບທັງວິສາຫະກິດຫວຽດນາມ ຢາກຮ່ວມມືກັບບັນດາວິສາຫະກິດ ໂຮນລັງທີ່ສຸດ, ໂດຍສະເພາະແມ່ນໃນບັນດາຂົງເຂດ ເຊິ່ງ ໂຮນລັງມີທ່າແຮງ.

        ສ່ວນທ່ານນາງ Elsbeth Akkerman ອວຍພອນ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ຢ່າງສໍາເລັດຜົນ ແລະ ເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່ໃນຖານະເປັນປະທານ ອາຊຽນ ໃນປີ 2020 ກໍຄື ກາຍເປັນ ຄະນະກໍາມະການບໍ່ປະຈໍາການ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.

         ຕອນບ່າຍຂອງວັນດຽວກັນ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ໃຫ້ການຕ້ອນຮັບທ່ານ Kensaku Morita, ເຈົ້າແຂວງໆ Chiba, ປະເທດ ຍີ່ປຸ່ນ ທີ່ພວມມີການຢ້ຽມຢາມຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ