ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການເພີ່ມທະວີການພົວພັນກັບ ອັງກິດ

(VOVWORLD) -ຕອນບ່າຍວັນທີ 19 ກັນຍາ, ທີ່ຮ່າໂນ້ຍ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Gareth Ward ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສະຫະພັນລາຊະອານາຈັກ ອັງກິດ ແລະ ໄອແລນເໜືອ ປະຈຳຫວຽດນາມ, ເນື່ອງໃນໂອກາດທີ່ທ່ານຫາກໍ່ມາຮັບຕໍຳແໜ່ງໃໝ່ຢູ່ຫວຽດນາມ. 
ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການເພີ່ມທະວີການພົວພັນກັບ ອັງກິດ	 - ảnh 1 ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຕ້ອນຮັບທ່ານ Gareth Ward ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສະຫະພັນລາຊະອານາຈັກ ອັງກິດ ແລະ ໄອແລນເໜືອ ປະຈຳຫວຽດນາມ

ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນເລື່ອງເພີ່ມທະວີການພົວພັນກັບ ອັງກິດ. ແລະ ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສະຫະກິດຕ່າງປະເທດ, ໃນນັ້ນ ມີວິສະຫະກິດ ຂອງປະເທດອັງກິດທີ່ມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານ ຟ້າມບິ່ງມິງ ສະເໜີລັດຖະບານອັງກິດ ສືບຕໍ່ເອົາໃຈໃສ່ຊ່ວຍເຫຼືອຫວຽດນາມ ໄດ້ສຳຜັດແຫຼ່ງທຶນຈາກກອງທຶນ ວັດທະນາຖາວອນ ຂອງອັງກິດ, ພິເສດແມ່ນໃນບັນດາຂົງເຂດບຸລິມະສິດ ຂອງຫວຽດນາມ ຄື ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພັດທະນາພື້ນຖານໂຄງລ່າງ.

ສ່ວນທ່ານເອກອັກຄະລັດຖະທູດ Gareth Ward ກໍ່ຢັ້ງຢືນວ່າຈະຕັດສິນໃຈຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສອງປະເທດ ໃຫ້ພັດທະນາ, ກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ. ສ່ວນຕົວທ່ານທູດເອງ ກໍ່ຈະມານະພະຍາຍາມ ຊຸກຍູ້ການພົວພັນມິດຕະພາບ ແລະ ຮ່ວມມືລະຫວ່າງ ສອງປະເທດ ໃນອາຍຸການຂອງຕົນ. ທ່ານເອກອັກຄະລັດຖະທູດ Gareth Ward ປາຖະໜາວ່າ ຫວຽດນາມ ຈະໜູນຊ່ວຍອັງກິດ ຊຸກຍູ້ການພົວພັນກັບ ອາຊຽນ ໃນສະພາບການທີ່ຫວຽດນາມຈະຮັບຕຳແໜ່ງເປັນປະທານ ອາຊຽນ ໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ