ຫວຽດນາມ ຍູ້ແຮງການໂຄສະນາປີທ່ອງທ່ຽວຕາເວັນຕົກສ່ຽງເໜືອຢູ່ຕະຫລາດ ອາຊຽນ

ຫວຽດນາມ ຍູ້ແຮງການໂຄສະນາປີທ່ອງທ່ຽວຕາເວັນຕົກສ່ຽງເໜືອຢູ່ຕະຫລາດ ອາຊຽນ - ảnh 1
(ພາບປະກອບ)

(vovworld) – ​ ​ໃນ​ຂອບ​ເຂດ​ເວທີ​ປາ​ໄສ​ທ່ອງ​ທ່ຽວ ອາ​ຊຽນ (ATF) ທີ່​ພວມ​ດຳ​ເນີນ​ຢູ່ ສິງກະ​ໂປ​ ​ໃນ​ລະຫວ່າງ​ວັນ​ທີ 16 – 20/01, ຂະ​ແໜງ​ການທ່ອງທ່ຽວ ຫວຽດນາມ ​ໄດ້​ແນະນຳ​ບັນດາ​ຂໍ້​ມູນ​ໃໝ່​ສຸດ​ກ່ຽວ​ກັບ​ການທ່ອງທ່ຽວ ຫວຽດນາມ, ກ່ຽວກັບ​ບັນດາ​ນະ​ໂຍບາຍ​ພັດທະນາ​ການທ່ອງທ່ຽວ…​ພ້ອມ​ກັບບັນດາ​ຜະລິດ​ຕະພັນ​ການທ່ອງທ່ຽວ​ໃໝ່​ຄື: ​ໂຄສະນາ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວທີ່​ຕິດ​ພັນ​ກັບ​ຫົວ​ເລື່ອງ​ຂອງ​ປີ​ທ່ອງ​ທ່ຽວ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ. ຫັນ​ຈຸດໝາຍ​ນີ້​ໃຫ້​ປະກົດ​ຜົນ​ເປັນ​ຈິງ,  ຫວຽດນາມ ​ແລະ ​​​ໄທ ​ໄດ້​ລົງ​ນາມ​ໃນ​ລາຍການ​ຮ່ວມ​ມື​ໄລຍະ 2017 – 2018 ​ເພື່ອ​ແນ​ໃສ່​ຊຸກຍູ​້ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ລະຫວ່າງ 2 ປະ​ເທດ​ເວົ້າ​ສະ​ເພາະ ກໍ່​ຄື​ສົ່ງ​ເສີມ​ແຂກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ທີ 3. ນອກຈາກ​ເລື່ອງ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ 2 ຝ່າຍຍັງ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ໂຄງການ​ໂຄສະນາ ປຸກລະດົມ​ຕະຫລາດ​ທ່ອງ​ທ່ຽວ, ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ 2 ຝ່າຍ​ຮ່ວມ​ມື. ນັ້ນ​ແມ່ນ​ພື້ນຖານ ​ເພື່ອ​ໃຫ້ ຫວຽດນາມ ນຳ​ບັນດາ​ລາຍການທ່ອງ​ທ່ຽວໃໝ່​ຂອງ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ມາ​ໃຫ້​ແຂກ​ທ່ອງ​ທ່ຽວ ​​ໄທ ​ເວົ້າ​ສະ​ເພາະ ​ແລະ ບັນດາ​ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ