ຫວຽດນາມ ດຳລົງຕຳແໜ່ງປະທານໝູນວຽນຄະນະກຳມະການອາຊຽນທີ່ Madrid

(VOVWORLD) - ສະຖານທູດ ຫວຽດນາມ ໄດ້ສ້າງລາຍການວຽກງານຂອງຄະນະກຳມະການ ກ່ຽວກັບ 4 ເສົາຄ້ຳຂອງ ACM ລວມມີການຮ່ວມມືດ້ານການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມ
ຫວຽດນາມ ດຳລົງຕຳແໜ່ງປະທານໝູນວຽນຄະນະກຳມະການອາຊຽນທີ່ Madrid - ảnh 1 ACM ລວມມີ 5 ປະເທດສະມາຊິກຄື: ອິນໂດເນເຊຍ, ມາເລເຊີຍ, ຟີລິບປີນ, ໄທ ແລະ ຫວຽດນາມ (ພາບ: TTXVN)

ຕອນເຊົ້າວັນທີ 30 ມັງກອນ, ທີ່ສະຖານທູດ ຫວຽດນາມ ປະຈຳ ແອດສະປາຍ, ທ່ານ ໂງຕ໋ຽນຢູງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແອດສະປາຍ ເປັນປະທານກອງປະຊຸມນັດສາມັນຄັ້ງທຳອິດຂອງຄະນະກຳມະການ ອາຊຽນ ທີ່ Madrid (ACM) ໃນປີ 2019 ພາຍຫຼັງ ຫວຽດນາມ ຮັບດຳລົງຕຳແໜ່ງປະທານ ACM ຢ່າງເປັນທາງການນັບຕັ້ງແຕ່ວັນທີ 1 ມັງກອນປີ 2019.

ໃນຖານະເປັນປະທານ ACM 6 ເດືອນຕົ້ນປີ 2019, ສະຖານທູດ ຫວຽດນາມ ໄດ້ສ້າງລາຍການວຽກງານຂອງຄະນະກຳມະການ ກ່ຽວກັບ 4 ເສົາຄ້ຳຂອງ ACM ລວມມີການຮ່ວມມືດ້ານການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມ, ການໂຄສະນາພາບພົດກ່ຽວກັບປະຊາຄົມ ອາຊຽນ ແລະ ແຕ່ລະປະເທດ ຢູ່ ແອດສະປາຍ. ຄາດວ່າ, ວັນທີ 20 ກຸມພາ 2019, ສະຖານທູດ ຫວຽດນາມ ຈະເປັນຕາງໜ້າໃຫ້ບັນດາປະເທດ ອາຊຽນ ເພື່ອເຂົ້າ ຮ່ວມກອງປະຊຸມສຳມະນາກັບບາງມະຫາວິທະຍາໄລທີ່ມີຊື່ສຽງຂອງ Madrid ແລະ ຜູ້ຕາງຫນ້າຄະນະກຳມການ ເອີຣົບ ຢູ່ ແອດສະປາຍ ດ້ວຍຫົວຂໍ້ວ່າ: “ອະນາຄົດການພົວພັນລະຫວ່າງ ອາຊີ - ເອີຣົບ ແລະ ວິວັດການ ASEM”

ບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ການເຄື່ອນໄຫວຂອງ ACM ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການໂຄສະນາພາບພົດ ແລະ ຍົກສູງຖານະບົດບາດຂອງ ອາຊຽນ ເວົ້າລວມ ແລະ ແຕ່ລະປະເທດ ເວົ້າສະເພາະ ຕໍ່ບັນດາອົງການປົກຄອງ ກໍ່ຄືປະຊາຊົນ ແອດສະປາຍ

ACM ລວມມີ 5 ປະເທດສະມາຊິກຄື: ອິນໂດເນເຊຍ, ມາເລເຊີຍ, ຟີລິບປີນ, ໄທ ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ