ຫວຽດນາມ ຕັ້ງໜ້າຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ແລະ ບັນດາປະເທດ ອາເມລິກາໃຕ້

ຫວຽດນາມ ຕັ້ງໜ້າຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ແລະ ບັນດາປະເທດ ອາເມລິກາໃຕ້ - ảnh 1
ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ເຂົ້າ​ຮ່ວມ​​ການ​ສະ​ຫລຸບ
(ພາ​ບ:Diệu Hương/Vietnam+)

(vovworld) – ວັນ​ທີ 27/3, ທີ່​ການ​ສະ​ຫລຸບ​ການ​ເຄື່ອນ​ໄຫວ​ປີ​ອາ​ຍຸ​ການ​ປະ​ທານ​​ສະ​ມາ​ຄົມປະ​ຊາ​ຊາດ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ຢູ່​​ອາກ​ຊັນ​ຕິນ ໂດຍ ຫວຽດ​ນາມ ຮັບ​ຜິດ​ຊອບ, ເອກ​ອັກ​ຄະ​ລັດ​ຖະ​ທູດ 5 ປະ​ເທດ​ສະ​ມາ​ຊິກ​ຂອງ​ກຸ່ມ​ທີ່​ປະ​ຈຳ​ຢູ່ Buenos Aires ​ໄດ້ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ຊຸກ​ຍູ​້​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ປະ​ຈຳ​ຖິ່ນ​ກ່​ວາ​ອີກ. ຜູ້​ຕາງ​ໜ້າ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ຊຽນ ຕີ​ລາ​ຄາ​ສູງ​ຄວາ​ມາ​ນະ​ພະ​ຍາ​ຍາມ​ຂອງ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ດິ່ງ​ທາວ ໃນ​ປີ​ຜ່ານ​ມາ, ດ້ວຍ​ຖາ​ນະ​ແມ່ນ​ປະ​ທານ​ໝູນ​ວຽນ​ຂອງ​ກຸ່ມ, ໄດ້​ເພີ່ມ​ທະ​ວີ​ແລກ​ປ່ຽນ​ການ​ຮ່ວມ​ມື​ລະ​ຫວ່າງປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ກໍ່​ຄື​ລະ​ຫວ່າງ​ບັນ​ດາ​ປະ​ເທດ ອາ​ຊຽນ ກັບ ອາກ​ຊັນ​ຕິນ. ສະ​ຖານ​ທູດ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ, ເຜີຍ​ແຜ່​ລວມ​ລະ​ຫວ່າງ​ບັນ​ດາ​ປະ​ເທດ ອາ​ຊຽນ ກ່ຽວ​ກັບ​ບົດ​ບາດ, ຄວ​າມ​ສາ​ມາດ​ບົ່ມ​ຊ້ອນ​ດ້​ານເສດ​ຖະ​ກິດ, ​ການ​ຄ້າ, ການ​ທ​່ອງ​ທ່ຽວ ອາກ​ຊັນ​ຕິນ  ແລະ ປາ​ຣາກວາຍ. ຄຽງ​ຂ້າງນັ້ນ, ຫຼາຍກອງ​ປະ​ຊຸມ​ສຳ​ມະ​ນາ, ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ກິ​ລາ, ວັນ​ຄອບ​ຄົວ ອາ​ຊຽນ ກໍ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ໂດຍສ​ະ​ຖ​ານ​ທູ​ດ ຫວຽດ​ນາມ, ພິ​ເສດ​ແມ່ນ​ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ​​ແຫ່ງວັນສ້າງ​ຕັ້ງ ອາ​ຊຽນ.


ຂ່າວ/ບົດ​ອື່ນ