ຫວຽດນາມ ຕິດພັນການເຕີບໂຕເສດຖະກິດກັບຄວາມກ້າວໜ້າດ້ານຍຸຕິທຳສັງຄົມ ແລະ ຮັກສາສິ່ງແວດລ້ອມ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມ, ອົງການກວດສອບແຫ່ງລັດ ຫວຽດນາມ, ປະທານ ASOSAI ອາຍຸການ 2018 – 2021 ໃຫ້ຮູ້ວ່າ: ຢູ່ ຫວຽດນາມ, ການຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ ຍາມໃດກໍ່ຕິດພັນກັບພາລະກິດແຫ່ງການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ.
ຫວຽດນາມ ຕິດພັນການເຕີບໂຕເສດຖະກິດກັບຄວາມກ້າວໜ້າດ້ານຍຸຕິທຳສັງຄົມ ແລະ ຮັກສາສິ່ງແວດລ້ອມ - ảnh 1 ບັນດາເຈົ້າໜ້າທີ່ປະເທດຕ່າງໆເຂົ້າຮ່ວມກອງປະຊຸມ

ໃນຂອບເຂດກອງປະຊຸມໃຫຍ່ ASOSAI ຄັ້ງທີ 14, ວັນທີ 20 ກັນຍາຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມຫົວເລື່ອງສະເພາະຄັ້ງທີ 7 ຂອງປະທານ ASOSAI ດ້ວຍຫົວຂໍ້ວ່າ: “ກວດສອບສິ່ງແວດລ້ອມເພື່ອການພັດທະນາແບບຍືນຍົງ”. ກ່າວຄຳເຫັນທີ່ກອງປະຊຸມ, ອົງການກວດສອບແຫ່ງລັດ ຫວຽດນາມ, ປະທານ ASOSAI ອາຍຸການ 2018 – 2021 ໃຫ້ຮູ້ວ່າ: ຢູ່ ຫວຽດນາມ, ການຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ ຍາມໃດກໍ່ຕິດພັນກັບພາລະກິດແຫ່ງການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ບັນດານະໂຍບາຍ, ຍຸດທະສາດ ແລະ ແຜນການພັດທະນາເສດຖະກິດຂອງ ຫວຽດນາມ ລ້ວນແຕ່ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບທັດສະນະຕິດພັນການເຕີບໂຕເສດຖະກິດກັບຄວາມກ້າວໜ້າ, ຍຸດຕິທຳໃນສັງຄົມ ແລະ ຮັກສາສິ່ງແວດລ້ອມຊີວະພາບ ເພື່ອແນໃສ່ຮັບປະກັນການພັດທະນາໄວ, ຍືນຍົງ. ທ່ານໂຮ່ດຶກເຟິກ, ປະທານກວດສອບແຫ່ງລັດ ຫວຽດນາມ ເນັ້ນໜັກວ່າ:

        “ດ້ວຍບົດບາດເປັນເຈົ້າພາບຈັດກອງປະຊຸມ ASOSAI 14, ອົງການກວດສອບແຫ່ງລັດ ຫວຽດນາມ ອີກຄັ້ງໜຶ່ງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການກວດສອບສິ່ງແວດລ້ອມສຳລັບການພັດທະນາແບບຍືນຍົງ ແລະ ຖືວ່າບັນດາອົງການກວດສອບຄວນຮັບຮູ້ ຢ່າງຄົບຖ້ວນ ແລະ ຖືນີ້ແມ່ນໂອກາດເພື່ອສະແດງໃຫ້ເຫັນການກະທຳຂອງຕົນສຳລັບການຮັກສາສິ່ງແວດລ້ອມ ຂອງແຕ່ລະປະເທດເວົ້າສະເພາະ ແລະ ຂອງໂລກເວົ້າລວມ. ຜ່ານກອງປະຊຸມຄັ້ງນີ້, ໄດ້ເປັນການຍູ້ແຮງການສົມທົບ, ຮ່ວມມືກັນລະຫວ່າງບັນດາອົງການກວດສອບແຫ່ງລັດໃນເລື່ອງຈັດຕັ້ງບັນດາການກວດສອບຮ່ວມດ້ານສິ່ງແວດລ້ອມ.”

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ