ຫວຽດນາມ ຕີລາຄາສູງບົດບາດຂອງ ອົງການອະນາໄມໂລກ, ການພັດທະນາບັນດານະໂຍບາຍສາທາລະນະສຸກ

(VOVWORLD) - ຫວຽດນາມ ຕີລາຄາສູງບົດບາດຂອງ ອົງການອະນາໄມໂລກ (WHO) .ໃນວຽກສ້າງ ແລະ ພັດທະນາບັນດານະໂຍບາຍ, ຍຸດທະສາດສາທາລະນະສຸກ ແລະ ແນະນຳເຕັກນິກຢູ່ລະດັບທົ່ວໂລກ ແລະ ພາກພື້ນ. 
ຫວຽດນາມ ຕີລາຄາສູງບົດບາດຂອງ ອົງການອະນາໄມໂລກ, ການພັດທະນາບັນດານະໂຍບາຍສາທາລະນະສຸກ - ảnh 1 ຫວຽດນາມ ຕີລາຄາສູງບົດບາດຂອງ ອົງການອະນາໄມໂລກ (ພາບອິນເຕີແນັດ)

ນີ້ແມ່ນຄໍາຢັ້ງຢືນຂອງ ທ່ານ ນາງ ຫງ໋ວຽນທິກິມຕ໊ຽນ ລັດຖະມົນຕີກະຊວງສາທາລະນະສຸກ ໃນກອງປະຊຸມສະມັດຊາໃຫຍ່ ອົງການອະນາໄມໂລກ ຄັ້ງທີ 70, ໄດ້ດຳເນີນແຕ່ວັນທີ 22 – 31 ພຶດສະພາ ຢູ່ ສຳນັກງານສະຫະປະຊາຊາດ ຢູ່ ເຊີແນວ (ປະເທດສະວິດ). ໂດຍຮັບຮູ້ການສະໜັບສະໜູນຂອງ ກອງປະຊຸມສະມັດຊາໃຫຍ່ ຢູ່ ຫວຽດນາມ, ທ່ານ ນາງ ຫງ໋ວຽນທິກິມຕ໊ຽນ ລັດຖະມົນຕີກະຊວງສາທາລະນະສຸກ ເໜັ້ນໜັກຄວາມປາຖະໜາຂອງຫວຽດນາມ ຢາກສືບຕໍ່ໄດ້ຮັບການສະໜັບສະໜູນທາງດ້ານການເງິນ ແລະ ເຕັກນິກຈາກ WHO ແລະ ບັນດາຄູ່ຮ່ວມມືພັດທະນາອື່ນໃນຊຸມປີຈະມາເຖິງ ເພື່ອສ້າງລະບົບສາທາລະນະສຸກໃຫ້ມີຄຸນນະພາບ, ປະສິດທິຜົນ, ຍຸດຕິທຳ, ມີຄວາມຮັບຜິດຊອບ ແລະ ຄວາມໝັ້ນຄົງ. ລັດຖະມົນຕີກະຊວງສາທາລະນະສຸກ ຢັ້ງຢື້ນດ້ວຍຄວາມຊ່ວຍເຫຼືອຂອງປະຊາຄົມສາກົນຢ່າງລຽນຕິດ, ຫວຽດນາມອາດຈະຮັບປະກັນການປະຕິບັດໂຄງການເບິ່ງແຍງດູແລສຸຂະພາບ ແລະ ສະຫວັດດີການໃຫ້ແກ່ປະຊາຊົນທັງໝົດສຳເລັດ.

    ກອງປະຊຸມສະມັດຊາໃຫຍ່ (WHO)  ຄັ້ງທີ 70 ມີຜູ້ແທນເຂົ້າຮ່ວມທັງໝົດ ປະມານ 3.500 ຄົນ ມາຈາກ 194 ປະເທດ ສະມາຊິກ WHO. ບັນດາຜູ້ແທນສຸມໃສ່ກໍ່ສ້າງບັນດາແນວທາງນະໂຍບາຍຂອງການຈັດຕັ້ງ, ພິຈາລະນານະໂຍບາຍການເງິນ, ອະນຸມັດແຜນງົບປະມານ ປີ 2018-2019 ຂອງ WHO.

ຕອບກັບ

ຂ່າວ/ບົດ​ອື່ນ