ຫວຽດນາມ ຕີລາຄາສູງບັນດາຄຸນຄ່່າຄຸນສົມບັດອັນດີງາມຂອງບັນດາສາສະໜາ ໃນນັ້ນ ມີສາສະໜາພຸດ

(VOVWORLD) - ຕອນຄໍ່າວັນທີ 11 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເປັນເຈົ້າພາບງານລ້ຽງບັນດາປະມຸກລັດ, ການນໍາ ສປຊ, ບັນດາອົງການຈັດຕັ້ງສາກົນ, ຜູ້ຕາງໜ້າຄະນະພຸດທະສາສະໜາບັນດາປະເທດ, ສະຖານທູດບັນດາປະເທດ ປະຈໍາຫວຽດນາມ, ອົງການຈັດຕັ້ງສາກົນ ວັນບຸນວິສາຂະບູຊາ Vesak ສປຊ, ສະມາຄົມພຸດທະສາສະໜາຫວຽດນາມ ພວມມີໜ້າເຂົ້າຮ່ວມວັນບຸນວິສາຂະບູຊາ Vesak ສປຊ 2019 ຢູ່ຫວຽດນາມ.
ຫວຽດນາມ ຕີລາຄາສູງບັນດາຄຸນຄ່່າຄຸນສົມບັດອັນດີງາມຂອງບັນດາສາສະໜາ ໃນນັ້ນ ມີສາສະໜາພຸດ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເປັນເຈົ້າພາບງານລ້ຽງບັນດາປະມຸກລັດ, ການນໍາ ສປຊ ແລະ ຜຸູ້ແທນເຂົ້າຮ່ວມວັນບຸນວິສາຂະບູຊາ  Vesak ສປຊ 2019 (ພາບ: TTXVN)

        ກ່າວຄໍາເຫັນທີ່ງານລ້ຽງ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນເນັ້ນໜັກວ່າ ວັນບຸນວິສາຂະບູຊາ Vesak ສປຊ ຖືກຈັດຂຶ້ນປະຈໍາປີນັ້ນ ແມ່ນ ກາລະໂອກາດ ເພື່ອເຊີດຊູ ແລະ ອາໄລຫາພະພຸດທະເຈົ້າ. ບັນດາແຂກຜູ້ມີໜ້າຢູ່ທີ່ນີ້ ແມ່ນນັກການທູດຜູ້ສັດຊື່, ໜ້າເຄົາລົບພວມຮ່ວມພັນກັນ ເພາະວ່າແນວຄວາມຄິດຂອງພຸດທະສາສະໜາໃນການແກ້ໄຂບັນດາບັນຫາມີຜົນສະທ້ອນເຖິງການພັດທະນາທົ່່ວໂລກ, ຮ່ວມກັນກະທໍາ ເພື່ອຜົນປະໂຫຍດລວມ ແລະ ພ້ອມກັນແບ່ງປັນຄວາມຫວັງ ກ່ຽວກັບ ໂລກແຫ່ງສັນຕິພາບ, ພັດທະນາຢ່າງວັດທະນາຖາວອນ ແລະ ຍືນຍົງ.

        “ກ່ອນດໍາເນີນພິທີໄຂວັນບຸນ Vesak 2019 ເຊິ່ງຖືກຈັດຂຶ້ນເປັນຄ້ັງທີ 3 ຢູ່ຫວຽດນາມ ແລະ ການພົບປະສັງສັນທີ່ເຕັມໄປດ້ວຍຄວາມຮັກແພງສະໜິດສະໜົມຄືມື້ນີ້, ພວກຂ້າພະເຈົ້າສືບຕໍ່ຢັ້ງຢືນວ່າ ຫວຽດນາມ ຍາມໃດເຄົາລົບສິດທິມະນຸດ, ຮັບປະກັນສິດເສລີໃນການເຄື່ອນໄຫວທາງດ້ານສາສະໜາ ແລະ ການເຫຼື້ອມໃສ, ເຊື່ອຖືສາສະໜາ, ຕີລາຄາສູງບັນດາຄຸນຄ່າຄຸນສົມບັນອັນດີງາມຂອງບັນດາສາສະໜາໃນນັ້ນມີ ສາສະໜາພຸດ ທີ່ໄດ້, ກໍາລັງ ແລະ ຈະນໍາມາໃຫ້ຊີວິດສັງຄົມ ແລະ ປະກອບສ່ວນເຂົ້າໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ”.


ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ