ຫວຽດນາມ ຕອບສະໜອງວັນສາກົນເພື່ອຄົນພິການ

(VOVWORLD) - ຫວຽດນາມ ຕອບສະໜອງຫົວຂໍ້ວັນສາກົນເພື່ອຄົນພິການປີນີ້ແມ່ນ “ມອບສິດທິໃຫ້ຄົນພິການ, ຮັບປະກັນການເຊື່ອມຕົວ ແລະ ຄວາມສະເໝີພາບ” ດ້ວຍການສຸມໃສ່ມອບສິດທິໃຫ້ຄົນພິການ ເພື່ອການພັດທະນາ...

ງານຊຸມນຸມມິດຕິງຕອບສະໜອງວັນສາກົນເພື່ອຄົນພິການ (ວັນທີ 3 ທັນວາ) ໂດຍຄະນະກຳມະການແຫ່ງຊາດກ່ຽວກັບຄົນພິການ ຫວຽດນາມ ສົມທົບກັບສະມາຄົມຄົນພິການນະຄອນຮ່າໂນ້ຍ ຈັດຕັ້ງໃນວັນທີ 29 ພະຈິກ ຢູ່ຮ່າໂນ້ຍ. ຫວຽດນາມ ຕອບສະໜອງຫົວຂໍ້ວັນສາກົນເພື່ອຄົນພິການປີນີ້ແມ່ນ “ມອບສິດທິໃຫ້ຄົນພິການ, ຮັບປະກັນການເຊື່ອມຕົວ ແລະ ຄວາມສະເໝີພາບ” ດ້ວຍການສຸມໃສ່ມອບສິດທິໃຫ້ຄົນພິການ ເພື່ອການພັດທະນາ ແລະ ການເຊື່ອມຕົວ, ຄວາມຍຸຕິທຳ ແລະ ຄວາມສະເໝີພາບທີ່ໄດ້ວາງອອກໃນໂຄງການພັດທະນາແບບຍືນຍົງ 2030 ດ້ວຍຄຳໝັ້ນສັນຍາ “ບໍ່ມີໃຜຖືກປ່ອຍປະຢູ່ທາງຫຼັງ”. ທ່ານ ຫງວຽນວັນໂຫ່ຍ, ຫົວໜ້າກົມອຸປະກະລະສັງຄົມ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ຢັ້ງຢືນວ່າ:

        “ມື້ນີ້, ພວກເຮົາຮ່ວມເດີນທາງພ້ອມກັບຄົນພິການ, ຮ່ວມເດີນທາງກັບຄົນພິການດ້ວຍນ້ຳໃຈ, ຄວາມຮັບຜິດຊອບ ແລະ ການແບ່ງປັນ ແລະ ຄວາມເອກອ້າງທະນົງໃຈກ່ຽວກັບຄົນພິການ. ສືບຕໍ່ປະຕິບັດບັນດາສິ່ງດີງາມກ່ວາອີກຕໍ່ຄົນພິການເພື່ອໃຫ້ບັນດາຂໍ້ກຳນົດກ່ຽວກັບສິດທິຂອງຄົນພິການໄດ້ຮັບການປະຕິບັດນັບມື້ນັບດີກ່ວາໃນຊີວິດ.”

        ເນື່ອງໃນໂອກາດວັນສາກົນເພື່ອຄົນພິການ, ມີຄົນພິການກ່ວາ 7.000 ຄົນໄດ້ເຂົ້າຮ່ວມວັນບຸນໃຈບຸນໃຈກຸສົນເຖິງໄດ້ຈັດຕັ້ງຢູ່ນະຄອນໂຮ່ຈີມິນໃນວັນທີ 1 ທັນວາ.

ຕອບກັບ

ຂ່າວ/ບົດ​ອື່ນ