ຫວຽດນາມ ຕອບສະໜອງວັນໂລກປ້ອງກັນ,ຕ້ານການຫັນເປັນທະເລຊາຍ

(VOVWORLD) - ສະຫະປະຊາຊາດ ໄດ້ເລືອກເອົາວັນທີ 17 ມິຖຸນາ ຂອງແຕ່ລະປີ ເປັນວັນໂລກຕ້ານການຫັນເປັນທະເລຊາຍ.
ຫວຽດນາມ ຕອບສະໜອງວັນໂລກປ້ອງກັນ,ຕ້ານການຫັນເປັນທະເລຊາຍ - ảnh 1  ພາບປະກອບ

ຕອນບ່າຍວັນທີ 17 ມິຖຸນາ, ຢູ່ນະຄອນ ລາວກາຍ, ກົມໃຫຍ່ປ່າໄມ້ - ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສົມທົບກັບຄະນະກຳມະການປະຊາຊົນແຂວງ ລາວກາຍ ຈັດຕັ້ງພິທີຕອບສະໜອງວັນໂລກປ້ອງກັນ, ຕ້ານການຫັນເປັນທະເລຊາຍ (17/6) ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າຫຼາຍແຂວງ, ນະຄອນໃນທົ່ວປະເທດ.

        ສະຫະປະຊາຊາດ ໄດ້ເລືອກເອົາວັນທີ 17 ມິຖຸນາ ຂອງແຕ່ລະປີ ເປັນວັນໂລກຕ້ານການຫັນເປັນທະເລຊາຍ. ປີ 2018, ເລຂາທິການໃຫຍ່ສົນທິສັນຍາກ່ຽວກັບການຕ້ານການຫັນເປັນທະເລຊາຍ ໄດ້ເລືອກເຟັ້ນເອົາຫົວຂໍ້ “ເລືອກເຟັ້ນຄຸນຄ່າແທ້ຈິງສຳລັບທີ່ດິນ” ເພື່ອໃຫ້ 186 ປະເທດສະມາຊິກຂອງສົນທິສັນຍາປຸກລະດົມແນໃສ່ຕອບສະໜອງວັນໂລກຕ້ານການຫັນເປັນທະເລຊາຍ. ກົມໃຫຍ່ປ່າໄມ້ ໄດ້ຮັບການມອບໝາຍຈາກກະຊວງກະສິກຳ ແລະ ພັດທະນາຊົນນະບົດມອບໜ້າທີ່ເປັນຫົວໜ່ວຍເພື່ອປະຕິບັດສົນທິສັນຍາສະບັບນີ້.

        ຕາມການສະຖິຕິແລ້ວ, ປີ 2017, ຫວຽດນາມ ໄດ້ປູກປ່າໄດ້ກ່ວາ 235.000 ເຮັກຕາ, ບົວລະບັດປ່າທີ່ປູກໄດ້ເກືອບ 530.000 ເຮັກຕາ, ຟື້ນຟູປ່າໄດ້ເກືອບ 335.000 ເຮັກຕາ ແລະ ຄາດວ່າ, ປູກຕົ້ນໄມ້ກະແຈກກະຈາຍໄດ້ກ່ວາ 60.000 ລ້ານຕົ້ນ.

ຫວຽດນາມ ຕອບສະໜອງວັນໂລກປ້ອງກັນ,ຕ້ານການຫັນເປັນທະເລຊາຍ - ảnh 2 ກອງປະຊຸມສຳມະນາຈັດຕັ້ງຢູ່ ລາວກາຍ

(ພາບ: Quốc Khánh/TTXVN)

ຍົກສູງບົດບາດຂອງປະຊາຄົມໃນການຄຸ້ມຄອງ ແລະ ນຳໃຊ້ດິນປ່າແບບຍືນຍົງ

       ເພື່ອຕອບສະໜອງວັນສາກົນຕ້ານການຫັນເປັນທະເລຊາຍປີ 2018, ວັນທີ 18 ມິຖຸນາ, ຢູ່ນະຄອນ ລາວກາຍ, ກົມໃຫຍ່ປ່າໄມ້, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ລາວກາຍ ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ “ບົດບາດຂອງປະຊາຄົມໃນການຄຸ້ມຄອງ ແລະ ນຳໃຊ້ດິນປ່າ ແບບຍືນຍົງ” ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາແຂວງ ອ໋ຽນບ໋າຍ ແລະ ລາຍເຈົາ. ກອງປະຊຸມໄດ້ໄຈ້ແຍກ ແລະ ຍົກອອກບັນດາຂໍ້ສະເໜີແນະເພື່ອແນໃສ່ສະກັດກັ້ນໄພຫັນເປັນທະເລຊາຍຢູ່ ດເຂດໄຕບັກ (ທາງທິດຕາເວັນຕົກສ່ຽງເໜືອ), ເຊິ່ງເປັນໜຶ່ງໃນ 3 ເຂດຈຸດສຸມໃນການຊຸດໂຊມທີ່ດິນຂອງທົ່ວປະເທດ; ພ້ອມທັງ, ເນັ້ນໜັກຄວາມສຳຄັນຂອງການຍົກສູງບົດບາດຂອງປະຊາຄົມໃນການຄຸ້ມຄອງ ແລະ ນຳໃຊ້ດິນປ່າແບບຍືນຍົງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ