ຫວຽດນາມ ທາບທາມຄວາມເຫັນຂອງທະນາຄານໂລກເພື່ອພັດທະນາເສດຖະກິດ, ການຄ້າ

(VOVWORLD) -ຕາມບັນດານັກຊ່ຽວຊານຂອງ WB ແລ້ວ, ຫວຽດນາມ ຕ້ອງສ້າງ 4 ເສົາຄ້ຳໃນການປະຕິບັດ 3 ຂົງເຂດດັ່ງກ່າວ, ເຊິ່ງລວມມີກອບກົດໝາຍກ່ຽວກັບການສ້າງເງື່ອນໄຂການຄ້າສະດວກ
ຫວຽດນາມ ທາບທາມຄວາມເຫັນຂອງທະນາຄານໂລກເພື່ອພັດທະນາເສດຖະກິດ, ການຄ້າ - ảnh 1 ການເຮັດວຽກລະຫວ່າງ 2 ຝ່າຍ

ຕອນເຊົ້າວັນທີ 26 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ເວືອງດິ່ງເຫ້ວ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຮັດວຽກກັບຄະນະຜູ້ແທນທະນາຄານໂລກ ຢູ່ ຫວຽດນາມ ໂດຍທ່ານ Ousmane Dione, ຜູ້ອຳນວຍການເປັນຫົວໜ້າຄະນະ, ເພື່ອໃຫ້ອົງການສາກົນນີ້ທາບທາມຄວາມເຫັນໃຫ້ແກ່ລັດຖະບານ ໃນການວາງແຜນນະໂຍບາຍ ສຳລັບ 3 ຂົງເຂດສ້າງເງື່ອນໄຂການຄ້າສະດວກ, logistics ແລະ ກົນໄກປະຕູດຽວແຫ່ງຊາດ. ຕາມບັນດານັກຊ່ຽວຊານຂອງ WB ແລ້ວ, ຫວຽດນາມ ຕ້ອງສ້າງ 4 ເສົາຄ້ຳໃນການປະຕິບັດ 3 ຂົງເຂດດັ່ງກ່າວ, ເຊິ່ງລວມມີກອບກົດໝາຍກ່ຽວກັບການສ້າງເງື່ອນໄຂການຄ້າສະດວກ, ຍົກສູງປະສິດທິຜົນພື້ນຖານໂຄງລ່າງການຄ້າ ແລະ ຄຸນນະພາບການເຊື່ອມຕໍ່, ສ້າງຂະແໜງບໍລິການ logistics ມີລັກສະນະແກ່ງແຍ້ງ ແລະ ເພີ່ມທະວີການສົມທົບລະຫວ່າງຂະແໜງ ແລະ ການຮ່ວມມືກັບພາກເອກະຊົນ.

        ຕີລາຄາສູງບົດລາຍງານ ແລະ ບັນດາຂໍ້ສະເໜີແນະຂອງ WB, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າ: ນີ້ແມ່ນບັນດາຂົງເຂດບຸລິມະສິດຂອງລັດຖະບານ ຫວຽດນາມ ໃນປະຈຸບັນເພື່ອແນໃສ່ມຸ່ງໄປເຖິງບັນດາມາດຖານ ແລະ ທຳນຽມສາກົນຂອງພາກພື້ນ, ສາກົນ, ຫລຸດລາຍຈ່າຍໃຫ້ວິສາຫະກິດ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ຈະຮຽກຮ້ອງພາກເອກະຊົນເຂົ້າຮ່ວມຕາມຮູບແບບຮ່ວມມືພາກລັດ - ເອກະຊົນ (PPP) ນັບທັງການພັດທະນາພື້ນຖານໂຄງລ່າງ ແລະ ໃນການກວດກາສະເພາະຂະແໜງການສຳລັບສິນຄ້ານຳເຂົ້າ - ສົ່ງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ