ຫວຽດນາມ ນັບມື້ນັບ ຢືນຢັນບົດບາດເປັນເຈົ້າການຕິດພັນຢ່າງແໜ້ນແຟ້ນກັບປະຊາຄົມລວມອາຊຽນ

ຫວຽດນາມ ນັບມື້ນັບ ຢືນຢັນບົດບາດເປັນເຈົ້າການຕິດພັນຢ່າງແໜ້ນແຟ້ນກັບປະຊາຄົມລວມອາຊຽນ  - ảnh 1
ຊຸມ​ມື້ “ສາມັກ​ຄີອາ​ຊຽນ - ວິ​ໄສ​ທັດໜຶ່ງ, ສີ​ສັນໜ່ຶງ, ປະຊາ​ຄົມ​ໜຶ່ງ”
(ພາບ: langvanhoa.vn)

(vovworld) – ຊຸມ​ມື້ “ສາມັກ​ຄີ​ອາ​ຊຽນ - ວິ​ໄສ​ທັດໜຶ່ງ, ສີ​ສັນໜ່ຶງ, ປະຊາ​ຄົມ​ໜຶ່ງ” ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄໍ່າ​ວັນ​ທີ 21/11, ຢູ່​ບ້ານ​ວັດທະນະທຳ - ທ່ອງ​ທ່ຽວ​ບັນດາ​ເຜົ່າ​ຫວຽດນາມ, ​ແຂວງ​ເຊີນ​ໂຕ, ​ຮ່າ​​ໂນ້ຍ. ດ້ວຍຫົວ​ຂໍ້​ວ່າ “ສາມັກ​ຄີ - ຮ່ວມ​ມື - ພັດທະນາ”, ​ເຫດການ​ດັ່ງກ່າວ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ອາ​ຊຽນ​ໂຄສະນາ, ​ແນະນຳ​ກ່ຽວ​ກັບປະ​ເທດ, ມະນຸດ ​ແລະ ຄຸນຄ່າ​ວັດທະນະທຳ​ດີ​ເດັ່ນ, ບັນດາ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ປົກ​ປັກ​ຮັກສາ, ອະນຸລັກ​ຮັກສາ​​ຄຸນຄ່າ​ວັດທະນະທຳ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ເວົ້າ​ລວມ ​ແລະ ຫວຽດນາມ ​ເວົ້າ​ສະ​ເພາະ. ການ​ເຄື່ອນ​ໄຫວ​ດັ່ງກ່າວ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ຄວາມ​ຕິດ​ພັນ​ລະຫວ່າງ​ບັນດາ​ປະ​ເທດ, ປະກອບສ່ວນ​ສ້າງ​ອາ​ຊຽນ ສາມັກຄີ, ຂະຫຍັນ​ຂັນ​ເຄື່ອນ, ພັດທະນາ, ​​ເປັນ​ເຂດ​ສັນຕິພາບ ​ແລະ ວັດທະນາ​ຖາວອນ.

        ກ່າວ​ຄຳ​​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ​ຟ້າ​ມບິງ​ມິ​ງ ຢືນຢັນ​ວ່າ.

        “ອາ​ຊຽນ ພວມ​ກ້າວ​​ເດີນ​ຢ່າງ​ໝັ້ນຄົງເພື່ອ​ກາຍ​​ເປັນ​ປະ​ຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015. ​ໃນ​ໄລຍະ​ພັດທະນາ​ໃໝ່​ນີ້, ອາ​ຊຽນ ໜຶ່ງ​ທີ່​ສາມັກຄີ, ຜູກພັນ​ກັນ​ໃນ “ວິ​ໄສ​ທັດໜຶ່ງ, ສີ​ສັນໜ່ຶງ, ປະຊາ​ຄົມ​ໜຶ່ງ” ລວມ​ແມ່ນ​ສານ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ທີ່​ສົ່ງ​ເຖິງ​ປະຊາ​ຄົມ​​ໂລກ, ​ໃນ​ນັ້ນ​ວັດທະນະທຳ​​ໄດ້​ສວມ​ບົດບາດ​ສຳຄັນ, ປະກອບສ່ວນ​ນຳ​ອາ​ຊຽນ ກາຍ​ເປັນ “​ຊາຍຄາ​ລວມ”​ ​ໃຫ້​ປະຊາ​ຄົມ​ບັນດາ​ປະຊາ​ຊາດອາ​ຊຽນ. ຂ້າພະ​ເຈົ້າ​ຍາມ​ໃດ​ກໍ່​ປາດ​ຖະໜາ​ອາ​ຊຽນ ສາມັກຄີ, ຮ່ວມ​ມື​ເຊິ່ງກັນ ​ແລະ ກັນຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ເພີ່ມ​ພູນ​ຄຸນ​ສ້າງສັນ​ຕິ​ພາບ, ຄວາມ​ໝັ້ນຄົງ ​ແລະ ວັດທະນາ​ຖາວອນ ຂອງ​ທັງ​ພາກ​ພື້ນ ກໍ່​ຄື​ຂອງ​ແຕ່​ລະ​ປະ​ເທດ​ອາ​ຊຽນ ​ແລະ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາ​ຄົມ​ສາກົນ​”.

ຂ່າວ/ບົດ​ອື່ນ