ຫວຽດນາມ ນັບມື້ນັບມີບົດບາດສຳຄັນໃນອົງການຈັດຕັ້ງສາກົນບັນດາປະເທດໃຊ້ພາສາຝຣັ່ງ

ຫວຽດນາມ ນັບມື້ນັບມີບົດບາດສຳຄັນໃນອົງການຈັດຕັ້ງສາກົນບັນດາປະເທດໃຊ້ພາສາຝຣັ່ງ - ảnh 1
ທ່ານ ຫງວຽນ​ງອກ​ເຊີນ, ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຝຣັ່ງ
(ພາບ: ທ໋າ​ຍ​ເຟືອງ/VOV-Paris)

(vovworld) - ແຕ່​ວັນ​ທີ 27 -31/3, ສະ​ຖາ​ບັນ​ສາ​ກົນ​ພາ​ສາ​ຝ​ຣັ່ງ, ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ສັງ​ລວ​ມ Paul – Valery Montpellier 3, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຝ​ຣັ່ງ  ແລະ ຫຼາຍ​ອົງ​ການ​ອື່ນໆ ໄດ້​ສົມ​ທົບ​ກັນຈັດ​ຕັ້ງ “ສັບ​ປະ​ດາ​ສາ​ກົນ ພາ​ສາ​ຝ​ຣັ່ງ” ຢູ່​ນະ​ຄອນ Montpellie, ປະ​ເທດ ຝ​ຣັ່ງ. ຫົວ​ຂໍ້​ຂອງ​ສັບ​ປະ​ດາ​ພາ​ສາ ຝ​ຣັ່ງ ປີນີ້​ແມ່ນ “ພາ​ສາ ຝ​ຣັ່ງ ຢູ່ ອາ​ຊີ” ດ້ວຍ​ການ​ເຄື່ອນ​ໄຫວ​ອຸດົມ​ສົມ​ບູນ ​ໃນ​ນັ້ນ​ມີ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ, ການ​ໂອ້​ລົມ​ສົນ​ທະ​ນາ, ການ​ວາງ​ສະ​ແດງ… ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ພາ​ສາ ຝ​ຣັ່ງ ຢູ່ ອາ​ຊີ.

        ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ໃນ​ວັນ​ທີ 27/3, ດ້ວຍ​ຫົວ​ຂໍ້ “ພາ​ສາ ຝ​ຣັ່ງ ຢູ່ ຫວຽດ​ນາມ: ປະ​ຫວັດ​ສາດ, ວັນ​ນະ​ຄ​ະ​ດີ ແລະ ຄວາມ​​ຊົງ​ຈຳ”, ບັນ​ດາ​ບົດ​ທາ​ບ​ທາມ​ຄວາມ​ເຫັນ​ຂອງ​ນັກ​ຮຽນ​ຮູ້, ນັກ​ຊ່ຽວ​ຊານກ່ຽວ​ກັບ​ພາ​ສາ​ສາດ ແລະ ວັນ​ນະ​ຄະ​ດີ ຝ​ຣັ່ງ ​ໄດ້ຢັ້ງ​ຢືນວ່າ ຫວຽດ​ນາມ ນັບ​ມື້​ນັບ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ນຳ​ໃຊ້ ພາ​ສາ ຝ​ຣັ່ງ ແລະ ອົງ​ການ​​ຈັດ​ຕັ້ງສາ​ກົນ​​ບັນ​ດາ​ປະ​ເທດ​ໃຊ້ພາ​ສາ​ຝ​ຣັ່ງ (OIF). ທ່ານ ຫງວຽນ​ງອກ​ເຊີນ, ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຝຣັ່ງ ກ່າວ​ຄຳ​ເຫັນ​ຊີ້​ແຈ້ງ​​ໂດຍ​ສັງ​ເຂບ​ກ່ຽວ​ກັບການ​ເຂົ້າ​ຮ່ວມ​ຂອງ ຫວຽດ​ນາມ ​ໃນ OIF ໄລ​ຍະ​​ຜ່ານມາ​, ບັນ​ດາ​ການ​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ຂອງ ຫວຽດ​ນາມ ​​ໃຫ້​ແກ່​ກຸ່ມ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງວັນ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂັ້ນ​ສູງ Francophonie ຄັ້ງ​ທີ 7 ຢູ່ ຮ່າ​ໂນ້ຍ (1997). ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ງອກ​ເຊີນ ເນັ້ນ​ໜັກ​ວ່າ: ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ OIF ໃນ​ປີ 2016, ສະ​ແດງອອ​ກ​ຜ່ານ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ OIF ໃນ​ເດືອນ 9/2016, ເລື່ອງ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈີ່ນ​ດ້າຍກວາງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ Francoiphonie ຄັ້ງ​ທີ 16 ​ຢູ່ Madagascar ໃນ​ເດືອນ 11/2016, ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ Francois Hollande.


ຂ່າວ/ບົດ​ອື່ນ