ຫວຽດນາມ - ນິວຊີແລນ ປຶກສາຫາລື ດ້ານການເມືອງຄັ້ງທີ 11

(VOVWORLD) - ທັງສອງຝ່າຍໄດ້ເປັນເອກະພາບນຳກັນຈະສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຕັ້ງໜ້າກະກຽມໃຫ້ແກ່ການຍົກການພົວພັນຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດໂດຍໄວ.
ຫວຽດນາມ - ນິວຊີແລນ ປຶກສາຫາລື ດ້ານການເມືອງຄັ້ງທີ 11 - ảnh 1 ທ່ານ ຫງວຽນກວກຢູງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ 

ໃນລະຫວ່າງວັນທີ 18 – 19 ມີນາ, ຢູ່ນະຄອນຫຼວງ ແວນລິງຕັນ ປະເທດນິວຊີແລນ ໄດ້ດຳເນີນກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 11 ລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເດດ ນິວຊີແລນ ແລະ ການເຈລະຈາປະຈຳປີລະຫວ່າງ ອາຊຽນ - ນິວຊີແລນ ຄັ້ງທີ 26, ທ່ານ ຫງວຽນກວກຢູງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ເປັນຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມການເຈລະຈາ. ທີ່ກອງປະຊຸມ, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບນຳກັນຈະເພີ່ມທະວີການຮ່ວມມືຍົກສູງກຳລັງຄວາມສາມາດໃນການຮັບມືກັບບັນດາບັນຫາອາດຊະຍາກຳແບບໃໝ່ໃຫ້ຫຼາຍກ່ວາອີກ. ພ້ອມທັງສືບຕໍ່ສົມທົບຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສໃນພາກພື້ນ ແລະ ໃນໂລກ, ພິເສດແມ່ນໃນຂອບເຂດຂອງບັນດາກົນໄກໂດຍ ອາຊຽນເປັນເຈົ້າພາທາງ, APEC, ASEM, ສະຫະປະຊາຊາດ… ນິວຊີແລນ ຢັ້ງຢືນວ່າ ຈະສະໜັບສະໜູນ ຫວຽດນາມ ໃນການດຳລົງຕຳແໜ່ງເປັນປະທານ ອາຊຽນ ໃນປີ 2020 ແລະ ເປັນສະມາຊິກບໍ່ປະຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021. ທັງສອງຝ່າຍໄດ້ເປັນເອກະພາບນຳກັນຈະສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຕັ້ງໜ້າກະກຽມໃຫ້ແກ່ການຍົກການພົວພັນຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດໂດຍໄວ.

ທີ່ການເຈລະຈາລະຫວ່າງ ອາຊຽນ - ນິວຊີແລນ ຄັ້ງທີ 26, ບັນດາປະເທດ ອາຊຽນ ແລະ ນິວຊີແລນ ຢັ້ງຢືນວ່າ ຖືເປັນສໍາຄັນ ແລະ ໃຫ້ຄໍາໝັ້ນສັນຍາຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ອາຊຽນ - ນິວຊີແລນ ໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ; ຕັ້ງໜ້າສົມທົບກັນຢ່າງມີປະສິດທິຜົນ; ສະໜັບສະໜູນລະບົບການຄ້າຫຼາຍຝ່າຍສາກົນເປີດກວ້າງ, ຍຸຕິທໍາ ແລະ ອີງຕາມຂໍ້ກໍານົດກົດໝາຍ. ນິວຊີແລນເນັ້ນໜັກວ່າ ສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນຢ່າງແຮງ ໃນໂຄງສ້າງພາກພື້ນເປີດກວ້າງ, ໂປ່ງໃສ, ກວມລວມ ແລະ ໂດຍອີງຕາມກົດໝາຍສາກົນ; ຕັ້ງໜ້າສະໜັບສະໜູນ ອາຊຽນ ຍູ້ແຮງການຮ່ວມສໍາພັນເສດຖະກິດ, ເຊື່ອມຕໍ່ ແລະ ຮັດແຄບຊ່ອງຫວ່າງພັດທະນາຜ່ານການຜັນຂະຫຍາຍຍຸດທະນາມະນຸດ ແລະ ຍຸດທະສາດວັດຖະນາຖາວອນ; ຊ່ວຍເຫຼືອ ອາຊຽນພັດທະນາແຫຼ່ງຊັບພະຍາກອນມະນຸດ; ເພີ່ມທະວີການຮ່ວມມືກັບ ອາຊຽນ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາສິ່ງແວດລ້ອມແບບຍືນຍົງ, ຕ້ານການກໍ່ການຮ້າຍ, ຕ້ານການໃຊ້ຄວາມຮຸນແຮງ ແລະ ອາດຊະຍາກໍາຂ້າມຊາດ.

        ອາຊຽນ ແລະ ນິວຊີແລນ ຢັ້ງຢືນຄືນໃໝ່ຄວາມສໍາຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ສິດເສລີໃນການເດີນທາງທະເລ, ການເດີນທາງອາກາດຢູ່ທະເລຕາເວັນອອກ, ບໍ່ຫັນເປັນການທະຫານ, ອົດກັ້ນ, ບໍ່ສ້າງຄວາມສັບສົນຂຶ້ນເຕີມ, ແກ້ໄຂບັນດາຂໍ້ຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ. ສອງຝ່າຍຊົມເຊີຍຄວາມຄືບໜ້າທີ່ຕັ້ງໜ້າໃນວິວັດການສ້າງສັນຕິພາບໃນແຫຼມເກົາຫຼີ.

        ເນື່ອງໃນໂອກາດນີ້, ຫວຽດນາມ ແລະ ບັນດາປະເທດກໍສະແດງຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງ ແລະ ແບ່ງເປົາຜົນເສຍຫາຍຂອງລັດຖະບານ, ປະຊາຊົນ ແລະ ຄອບຄົວຜູ້ປະສົບເຄາະຮ້າຍໃນເຫດຍິງປືນຢູ່ ໂບດ Christchurch ນິວຊີແລນ; ພ້ອມທັງຢືນຢັນນໍ້າໃຈສາມັກຄີກັບ ນິວຊີແລນ ແລະ ກ່າວປະນາມລັດທິກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງ ດ້ວຍທຸກວິທີທາງ.

ຕອບກັບ

ຂ່າວ/ບົດ​ອື່ນ