ຫວຽດນາມ ນອນໃນ Top ບັນດາປະເທດດີທີ່ສຸດເພື່ອສຳລັບຜູ້ພັກບຳນານ

(VOVWORLD) - InternationalLiving ໄດ້ຈັດ ຫວຽດນາມ ຢືນອັນດັບທີ 23 ໃນ top ປະເທດເໝາະສົມກັບຜູ້ພັກບຳນານທີ່ສຸດດ້ວຍຄະແນນ 76,6/100 ຄະແນນ.

ຫວຽດນາມ ນອນໃນ top ບັນດາປະເທດດີທີ່ສຸດ ສຳລັບຜູ້ພັກບຳນານ ຕາມການຈັດອັນດັບໃນແຕ່ລະປີຂອງ InternationalLiving, ເຊິ່ງເປັນແວບໄຊມີປະສົບການໃນຂົງເຂດຕີລາຄາບັນດາສະຖານທີ່ທ່ອງທ່ຽວທີ່ປະທັບໃຈໃນໂລກ. InternationalLiving ໄດ້ຈັດ ຫວຽດນາມ ຢືນອັນດັບທີ 23 ໃນ top ປະເທດເໝາະສົມກັບຜູ້ພັກບຳນານທີ່ສຸດດ້ວຍຄະແນນ 76,6/100 ຄະແນນ.

        ແຕ່ລະປີ, ແວບໄຊດັ່ງກ່າວໄດ້ຍົກອອກບັນຊີລາຍຊື່ສະຖານທ່ອງທ່ຽວທີ່ສະຫງົບສຸກ, ເໝາະສົມກັບບັນດາຜູ້ພັກບຳນານ, ບັນດານັກຊ່ຽວຊານດ້ານການທ່ອງທ່ຽວຂອງ InternationalLiving ໃຫ້ຄະແນນໂດຍອີງໃສ່ມາດຖານຕ່າງໆດັ່ງຕໍ່ໄປນີ້, ນັ້ນແມ່ນ: ການຊື້ຂາຍ ແລະ ການລົງທຶນ, ເຊົ່າເຮືອນຢູ່, ສະຫວັດດີການສັງຄົມ, ບັນຫາອອກວີຊາ, ຄ່າຄອງຊີບ, ການບໍລິການການແພດ… ປະເທດ Costa Rica ຢູ່ທະວີບ ອາເມລິກາ ໄດ້ຈັດອັນດັບທີໜຶ່ງ ດ້ວຍຄະແນນ 91,3/100. ຈາກນັ້ນແມ່ນ ເມັກຊີໂກ (91,2 ຄະແນນ), Panama (91,1 ຄະແນນ).

ຕອບກັບ

ຂ່າວ/ບົດ​ອື່ນ