ຫວຽດນາມ ນອນໃນໝວດປານກາງ ກ່ຽວກັບລະດັບການນຳໃຊ້ພາສາ ອັງກິດ ໃນທົ່ວໂລກ

(VOVWORLD) -  EF ໄດ້ດຳເນີນການສຳຫຼວດຜູ້ອາຍຸເຖິງກະສຽນ 1 ລ້ານຄົນຢູ່ 80 ປະເທດ ແລະ ເຂດແຄ້ວນ. ຕາມໝາກຜົນແລ້ວ, ຫວຽດນາມ ນອນໃນໝວດປານກາງ ກ່ຽວກັບລະດັບການນຳໃຊ້ພາສາ ອັງກິດ

ອົງການສຶກສາສາກົນ EF Education First ໄດ້ປະກາດຕາຕະລາງຈັດອັນດັບ ຄວາມສາມາດນຳໃຊ້ພາສາອັງກິດທົ່ວໂລກປີ 2017 (EF EPI) ຢ່າງເປັນທາງການ. ໝາກຜົນດັດຊະນີນຳໃຊ້ພາສາອັງກິດໄດ້ດີ ປີ 2017 ຂອງອົງການສຶກສາສາກົນ EF ໄດ້ຮັບການປະກາດຢູ່ສະພາຕ່ຳ ອັງກິດ ໃນຕົ້ນເດືອນພະຈິກ ແລະ ຢູ່ ຮ້າໂນ້ຍ ຫວ່າງມໍ່ໆນີ້.

        EF ໄດ້ດຳເນີນການສຳຫຼວດຜູ້ອາຍຸເຖິງກະສຽນ 1 ລ້ານຄົນຢູ່ 80 ປະເທດ ແລະ ເຂດແຄ້ວນ. ຕາມໝາກຜົນແລ້ວ, ຫວຽດນາມ ນອນໃນໝວດປານກາງ ກ່ຽວກັບລະດັບການນຳໃຊ້ພາສາ ອັງກິດ, ບັນລຸ 53,43/100 ຄະແນນ, ຫລຸດ 0,63 ຄະແນນເມື່ອທຽບໃສ່ປີ 2016 ແລະ ຖືກຈັດອັບດັບທີ 34. ເມື່ອຈັດອັນດັບຢູ່ແຕ່ລະແຂວງ, ນະຄອນ, ຄວາມສາມາດນຳໃຊ້ພາສາ ອັງກິດ ໄດ້ດີທີ່ສຸດແມ່ນນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ. ໂຮນລັງ ຖືກຈັດອັນດັບທີໜຶ່ງ, ຖັດມາແມ່ນ ຊູແອດ, ແດນມາກ.

ຕອບກັບ

ຂ່າວ/ບົດ​ອື່ນ