ຫວຽດນາມ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຫລາຍດ້ານກັບ ການາດາ

(VOVWORLD) - ຫວຽດນາມ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຫລາຍດ້ານກັບ ການາດາ ນັ້ນແມ່ນຄຳຢືນຢັນຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໃນການຕ້ອນຮັບທ່ານລັດຖະມົນຕີການຄ້າສາກົນ ການາດາ Fran Cois-Phipippe Champagne 
ຫວຽດນາມ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຫລາຍດ້ານກັບ ການາດາ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບທ່ານລັດຖະມົນຕີການຄ້າສາກົນ ການາດາ Fran Cois-Phipippe Champagne 

ໃນຕອນບ່າຍວັນທີ 21 ພຶດສະພາ. ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: ຫວຽດນາມ ພວມຍູ້ແຮງວິວັດທະນາການປ່ຽນແປງໃໝ່ ແນໃສ່ພັດທະນາເສດຖະກິດຢ່າງວ່ອງໄວ ແລະ ໝັ້ນຄົງ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ ເລື່ອງຫວຽດນາມເປັນປະເທດເຈົ້າພາບຈັດຕັ້ງ APEC 2017 ແມ່ນຈຸດສຸມການພົວພັນຕ່າງປະເທດຂອງ ຫວຽດນາມ ແລະ ເຊື່ອໝັ້ນວ່າ ການຮ່ວມມື ຫວຽດນາມ - ການາດາ ໃນຂອບເຂດ APEC ຈະແມ່ນຈຸດສຳຄັນໃນການພົວພັນລະຫວ່າງ 2 ປະເທດໃນປີ 2017. ທ່ານປະທານປະເທດ ປາດຖະໜາຢາກ ການາດາ ສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍ ຫວຽດນາມ ຈັດຕັ້ງປີ APEC 2017 ສຳເລັດຜົນ.
        ສ່ວນທ່ານ Fran Cois-Phipippe Champagne ໃຫ້ຮູ້ວ່າ: ລັດຖະບານ ການາດາ ຖືວ່າ 2 ປະເທດຄວນຍູ້ແຮງການພົວພັນຮ່ວມມືກ່ຽວກັບດ້ານການຄ້າ ແລະການລົງທຶນ; ພ້ອມທັງສະແດງຄວາມຫວັງວ່າ ຫວຽດນາມ ສະໜັບສະໜູນ ການາດາ ເປັນສະມາຊິກກອງປະຊຸມສຸດຍອດອາຊີຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ