ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ນອກແວ

(VOVWORLD) -ຫວຽດນາມ ເອົາໃຈໃສ່ເຖິງບັນຫາເສດຖະກິດທາງທະເລ ແລະ ມະຫາສະໝຸດທີ່ສຸດ
ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ນອກແວ - ảnh 1 ທ່ານນາງ Grete Lochen, ເອກອັກຄະລັດຖະທູດລາຊະອານາຈັກ ນອກແວ ປະຈໍາຫວຽດນາມ ແລະ  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ (ພາບ:VGP)

ທີ່ການຕ້ອນຮັບທ່ານນາງ Grete Lochen, ເອກອັກຄະລັດຖະທູດລາຊະອານາຈັກ ນອກແວ ປະຈໍາຫວຽດນາມ ເຂົ້າຢ້ຽມຂໍ່ານັບ ເນື່ອງໃນໂອກາດມາຮັບໜ້າທີ່ທາງການທູດຢູ່ຫວຽດນາມ ໃນວັນທີ 14 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ຫວຽດນາມ ເອົາໃຈໃສ່ເຖິງບັນຫາເສດຖະກິດທາງທະເລ ແລະ ມະຫາສະໝຸດທີ່ສຸດ, ໃນນັ້ນ ມີບັນຫາຂີ້ເຫຍື້ອປລາດສະຕິກເສດເຫຼືອ ແລະ ປາດຖະໜາຢາກຮ່ວມມືກັບ ນອກແວ ໃນບັນດາຂົງເຂດເຊິ່ງນອກແວມີທ່າແຮງ. ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດແມ່ນຍັງໃຫຍ່ຫຼວງຢູ່, ແຕ່ການລົງທຶນເຂົ້າ ຫວຽດນາມ ຂອງ ນອກແວ ໃນປັດຈຸບັນ ຫາກໍມີ 41 ໂຄງການ, ດ້ວຍຍອດເງິນລົງທຶນທັງໝົດ 41 ລ້ານ USD ເທົ່ານັ້ນ, ທ່ານນາຍົກລັດຖະມົນຕີສະເໜີ ທ່ານນາງເອກອັກຄະລັດຖະທູດ ນອກແວ ໃນອາຍຸການນີ້, ຄວນສົມທົບກັບບັນດາອົງການຮັບຜິດຊອບຂອງຫວຽດນາມ, ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ, ໂດຍສະເພາະແມ່ນໃນຂົງເຂດຕໍ່ກໍ່າປັ່ນ, ພະລັງງານໄຟຟ້າແຮງລົມ, ການປຸງແຕ່ງໄມ້, ວິທະຍາສາດເຕັກໂນໂລຢີ, ສ່ິງແວດລ້ອມ ກໍຄືຊຸກຍູ້ບັນດາວິສາຫະກິດ ນອກແວ ຮ່ວມມືນໍາຜະລິດຕະພັນກະເສດ ຫວຽດນາມ ເຂົ້າຕະຫຼາດ ນອກແວ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍສະເໜີ ນອກແວ ຊຸກຍູ້ ອີຢູ ລົງນາມ ແລະ ໃຫ້ສັດຕະຍາບັນ ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອີຢູ ໂດຍໄວ ແລະ ປາດຖະໜາວ່າ ນອກແວ ຈະໜູນຊ່ວຍເພື່ອປະຕິບັດສັນຍາສະບັບດ່ັງກ່າວໃຫ້ມີປະສິດທິຜົນທີ່ສຸດສໍາລັບທັງສອງຝ່າຍ. ສ່ວນທ່ານນາງເອກອັກຄະລັດຖະທູດ Grete Lochen ໃຫ້ຮູ້ວ່າ ສອງປະເທດ ສາມາດຊຸກຍູ້ການຮ່ວມມືຢ່າງແຮງໃນຂົງເຂດເສດຖະກິດທາງທະເລ, ສິນໃນນໍ້າ ແລະ ຂົງເຂດເຊິ່ງ ນອກແວ ມີທ່າແຮງ. ທ່ານນາງ ເອກອັກຄະລັດຖະທູດ ກໍໃຫ້ຮູ້ວ່າ ບັນດາວິສາຫະກິດ ນອກແວ ມີຄວາມສົນໃຈ ແລະ ປາດຖະໜາຢາກຮ່ວມມືກັບ ວິສາຫະກິດ ຫວຽດນາມ ໃນຂົງເຂດພະລັງງານ, ພະລັງງານໄຟຟ້າແສງຕາເວັນ, ນໍ້າມັນອາຍແກັດຫຼາຍທີ່ສຸດ ແລະ ປາດຖະໜາວ່າ ບັນດາອົງການຮັບຜິດຊອບຂອງຫວຽດນາມ ຈະສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ