ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ອາເມລິກາ ແລະ ສິງກະໂປ

(VOVWORLD) - ຕອນບ່າຍວັນທີ 18 ມັງກອນ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບອະດີດລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry.
ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ອາເມລິກາ ແລະ ສິງກະໂປ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ທ່ານອະດີດລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry (ພາບ: VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງທ່ານ John Kerry, ທ່ານເປັນເພື່ອນມິດຜູ້ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ, ໄດ້ຕັ້ງໜ້າປະກອບສ່ວນຈົນສຸດຄວາມສາມາດຂອງຕົນເຂົ້າໃນການພົວພັນລະຫວ່າງ 2 ປະເທດ ພວມພັດທະນາອັນດີງາມທີ່ສຸດໃນໄລຍະຜ່ານມາ. ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ອາເມລິກາ ທຳມາຫາກິນປະສົບຜົນສຳເລັດຢູ່ ຫວຽດນາມ.

        ສ່ວນທ່ານອະດີດລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ໄດ້ສະແດງຄວາມປາດຖະໜາຢາກພ້ອມກັບຄູ່ຮ່ວມມື ຫວຽດນາມ ສ້າງການຮ່ວມທຸລະກິດຢູ່ ຫວຽດນາມ ເພື່ອກໍ່ສ້າງຕາຂ່າຍໄຟຟ້າຮັບໃຊ້ແຫຼ່ງພະລັງງານໄຟຟ້າໃຊ້ແຮງລົມຂະໜາດໃຫຍ່.

        ແລະກໍ່ໃນຕອນບ່າຍວັນທີ 18 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານປະທານສະຫະພັນປຸງແຕ່ງປະດິດສ້າງ ສິງກະໂປ Douglas Foo. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍທ່ານ Douglas Foo ໄດ້ມາ ປຶກສາຫາລືບັນດາບັນຫາສຳຄັນກ່ຽວກັບການປ່ຽນແປງໃໝ່ການປະດິດຄິດສ້າງ, ສັງກະລາດດີຈີຕອນ ຢູ່ ຫວຽດນາມ ແລະ ສິງກະໂປ ມີບົດຮຽນຫລາຍຢ່າງໃນຂົງເຂດນີ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງ ສິງກະໂປ ທີ່ມີດັດຊະນີປ່ຽນແປງໃໝ່ການປະດິດຄິດສ້າງ ແລະ ສະມັດຕະພາບແຮງງານສູງທີ່ສຸດ ພ້ອມທັງສະແດງຄວາມປາດຖະໜາຢາກຮ່ວມມືຢ່າງແຮງກັບ ສິງກະໂປ ໃນຂົງເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ