ຫວຽດນາມ, ຝລັ່ງ ລົງນາມໃນຖະແຫຼງການວິໄສທັດຮ່ວມ ວ່າດ້ວຍການຮ່ວມມືກ່ຽວກັບດ້ານການປ້ອງກັນຊາດ ໄລຍະ 2018 – 2028

(VOVWORLD) -ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ Florence Parly, ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ໂດຍທ່ານ ພົນເອກ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າ ຢ້ຽມຢາມ ຝລັ່ງຢ່າງເປັນທາງການ ໃນລະຫວ່າງວັນທີ 15 – 20 ກັນຍາ. 
ຫວຽດນາມ, ຝລັ່ງ ລົງນາມໃນຖະແຫຼງການວິໄສທັດຮ່ວມ ວ່າດ້ວຍການຮ່ວມມືກ່ຽວກັບດ້ານການປ້ອງກັນຊາດ ໄລຍະ 2018 – 2028 - ảnh 1   ລັດຖະມົນຕີສອງທ່ານ ໄດ້ລົງນາມໃນຖະແຫຼງການວິໄສທັດຮ່ວມ ກ່ຽວກັບການຮ່ວມມືດ້ານການປ້ອງກັນຊາດ ໄລຍະ 2018 – 2028 

ຕອນບ່າຍວັນທີ 17 ກັນຍາ, ຢູ່ນະຄອນຫຼວງ ປາຣີ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຝລັ່ງ Florence Parly ໄດ້ມີການເຈລະຈາກັບ ທ່ານ ພົນເອກ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.

        ທີ່ການເຈລະຈາ, ສອງຝ່າຍ ໄດ້ແລກປ່ຽນສະພາບການສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ຝລັ່ງ ຢັ້ງຢືນວ່າ ເຫັນດີກັບທັດສະນະຂອງຫຼາຍປະເທດ ກ່ຽວກັບການຮັບປະກັນຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ, ການເດີນທາງອາກາດ ບົນເນື້ອໃນຈິດໃຈ ເຄົາລົບກົດໝາຍສາກົນ. ລັດຖະມົນຕີສອງທ່ານເຫັນດີເປັນເອກະພາບ ແລະ ຖືວ່າ ບັນດາຄວາມຂັດແຍ້ງກັນ ຕ້ອງໄດ້ຮັບການແກ້ໄຂ ໂດຍສັນຕິວິທີ ຕາມກົດໝາຍສາກົນ,ໃນນັ້ນ ມີສົນທິສັນຍາຂອງສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລ ປີ 1982. ພ້ອມທັງເນັ້ນໜັກວ່າ ການພົວພັນດ້ານປ້ອງກັນຊາດ ແມ່ນໜຶ່ງໃນບັນດາເສົາຄໍ້າຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ. ສອງຝ່າຍຈະສືບຕໍ່ຮັກສາບັນດາການຢ້ຽມຢາມ ແລະ ການພົບປະແລກປ່ຽນຂັ້ນຕ່າງໆ. ຫວຽດນາມ ແລະ ຝລັ່ງ ຈະເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່່ບັນດາອົງການຈັດຕັ້ງ,  ເວທີປາໄສຫຼາຍຝ່າຍ ກໍຄືຊຸກຍູ້ການຮ່ວມມື ໃນລະດັບສອງຝ່າຍ ແລະ ຫຼາຍຝ່າຍ, ປະກອບສ່ວນເຂົ້າໃນການປັບປຸງສັນຕິພາບ ແລະ ສະຖຽນລະພາບ ຢູ່ແຕ່ລະພາກພື້ນ.

        ລັດຖະມົນຕີສອງທ່ານ ໄດ້ລົງນາມໃນຖະແຫຼງການວິໄສທັດຮ່ວມ ກ່ຽວກັບການຮ່ວມມືດ້ານການປ້ອງກັນຊາດ ໄລຍະ 2018 – 2028; ຂໍ້ຕົກລົງວ່າດ້ວຍການປັບປຸງຂໍ້ຕົກລົງ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ - ຝລັ່ງ ທີ່ໄດ້ລົງນາມໃນປີ 2009. ຖະແຫຼງການວິໄສທັດຮ່ວມ ກ່ຽວກັບການຮ່ວມມື ດ້ານປ້ອງກັນຊາດ ໄລຍະ 2018 – 2028 ແມ່ນແນໃສ່ເຮັດໃຫ້ການພົວພັນຮ່ວມມືກ່ຽວກັບດ້ານປ້ອງກັນຊາດ ໃນການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຝລັ່ງ ໂດຍລວມ ນັບມື້ນັບເລິກເຊິ່ງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ